Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 23:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໂປໂລ​ຈ້ອງ​ເບິ່ງ​ໄປ​ທີ່​ສະມາຊິກ​ສະພາ​ແຊນເຮດຣິນ ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ເຮົາ​ໄດ້​ເຮັດ​ໜ້າທີ່​ຂອງ​ຕົນ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດສຳນຶກ​ທີ່​ດີ​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຝ່າຍ​ໂປໂລ​ຈຶ່ງ​ຈ້ອງ​ຕາ​ເບິ່ງ​ກອງ​ປະຊຸມ​ນັ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ນີ້​ໄດ້​ດຳເນີນ​ຊີວິດ​ຕໍ່​ພຣະພັກ​ຂອງ​ພຣະເຈົ້າ ລ້ວນແຕ່​ຕາມ​ທີ່​ໃຈ​ສຳນຶກ​ຜິດແລະຊອບ​ທີ່​ດີ​ຈົນເຖິງ​ທຸກ​ວັນນີ້.”

Uka jalj uñjjattʼäta Copia luraña




ກິດຈະການ 23:1
17 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


“ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.


ນາຍພັນ​ຢາກ​ຮູ້​ຄັກແນ່​ວ່າ​ເປັນຫຍັງ​ໂປໂລ​ຈຶ່ງ​ຖືກ​ຊາວຢິວ​ກ່າວຫາ, ດັ່ງນັ້ນ ມື້​ຕໍ່ມາ​ເພິ່ນ​ຈຶ່ງ​ປ່ອຍ​ໂປໂລ ແລະ ສັ່ງ​ໃຫ້​ພວກຫົວໜ້າ​ປະໂລຫິດ​ກັບ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ມາ​ປະຊຸມ​ກັນ. ຫລັງຈາກນັ້ນ ເພິ່ນ​ກໍ​ໄດ້​ນຳ​ໂປໂລ​ໄປ ແລະ ໃຫ້​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ.


ມະຫາ​ປະໂລຫິດ ແລະ ສະມາຊິກ​ສະພາ​ທຸກຄົນ​ສາມາດ​ເປັນພະຍານ​ໄດ້. ຂ້າພະເຈົ້າ​ກໍ​ໄດ້​ຮັບ​ຈົດໝາຍ​ຈາກ​ພວກເພິ່ນ​ໄປ​ເຖິງ​ພວກພີ່ນ້ອງ​ຂອງ​ພວກເຂົາ​ໃນ​ເມືອງ​ດາມັສກັດ, ແລ້ວ​ເດີນທາງ​ໄປ​ທີ່​ນັ້ນ​ເພື່ອ​ຈັບ​ຄົນ​ເຫລົ່ານີ້​ໄປ​ເປັນ​ນັກໂທດ ແລະ ນຳ​ໄປ​ເຢຣູຊາເລັມ​ເພື່ອ​ລົງໂທດ.


ດັ່ງນັ້ນ ບັດນີ້ ຂໍ​ໃຫ້​ພວກທ່ານ​ກັບ​ສະພາ​ແຊນເຮດຣິນ​ຍື່ນ​ຄຳຮ້ອງ​ຕໍ່​ນາຍພັນ​ໃຫ້​ນຳ​ເອົາ​ໂປໂລ​ມາ​ຕໍ່ໜ້າ​ພວກທ່ານ ໂດຍ​ອ້າງ​ເຫດຜົນ​ວ່າ​ຕ້ອງການ​ສືບສວນ​ຫາ​ຂໍ້ມູນ​ກ່ຽວກັບ​ຄະດີ​ຂອງ​ລາວ​ໃຫ້​ຊັດເຈນ​ຕື່ມ​ອີກ. ສ່ວນ​ພວກເຮົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຂ້າ​ລາວ​ກ່ອນ​ທີ່​ລາວ​ຈະ​ມາ​ເຖິງ​ທີ່​ນີ້”.


ລາວ​ຕອບ​ວ່າ: “ພວກ​ຢິວ​ຕົກລົງ​ກັນ​ຈະ​ຂໍ​ໃຫ້​ທ່ານ​ນຳ​ໂຕ​ໂປໂລ​ລົງ​ໄປ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ໃນ​ມື້​ອື່ນ ໂດຍ​ອ້າງ​ເຫດຜົນ​ວ່າ​ກອງປະຊຸມ​ຕ້ອງການ​ຢາກ​ໄດ້​ຂໍ້ມູນ​ກ່ຽວກັບ​ລາວ​ໃຫ້​ຄັກແນ່​ຕື່ມ​ອີກ.


ຂ້າພະເຈົ້າ​ຢາກ​ຮູ້​ວ່າ​ເປັນຫຍັງ​ພວກເຂົາ​ຈຶ່ງ​ກ່າວຫາ​ລາວ, ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ນຳ​ໂຕ​ລາວ​ໄປ​ທີ່​ສະພາ​ແຊນເຮດຣິນ​ຂອງ​ພວກເຂົາ,


ເມື່ອ​ໂປໂລ​ຮູ້​ວ່າ​ບາງຄົນ​ໃນ​ພວກເຂົາ​ເປັນ​ພວກ​ຊາດູກາຍ ແລະ ບາງຄົນ​ກໍ​ເປັນ​ຟາຣີຊາຍ, ເພິ່ນ​ຈຶ່ງ​ຮ້ອງ​ຂຶ້ນ​ຕໍ່ໜ້າ​ສະພາ​ແຊນເຮດຣິນ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂ້າພະເຈົ້າ​ເປັນ​ຄົນຟາຣີຊາຍ, ສືບເຊື້ອສາຍ​ມາ​ຈາກ​ຟາຣີຊາຍ. ຂ້າພະເຈົ້າ​ຖືກ​ພິຈາລະນາ​ຄະດີ​ກໍ​ເພາະ​ຂ້າພະເຈົ້າ​ມີ​ຄວາມຫວັງ​ໃນ​ການ​ເປັນຄືນມາຈາກຕາຍ”.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ພະຍາຍາມ​ຮັກສາ​ຈິດສຳນຶກ​ອັນ​ດີງາມ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ມະນຸດ.


ບັນດາ​ຄົນ​ທັງໝົດ​ທີ່​ນັ່ງ​ຢູ່​ໃນ​ສະພາ​ແຊນເຮດຣິນ​ໄດ້​ຈ້ອງ​ເບິ່ງ​ຊະເຕຟາໂນ​ດ້ວຍ​ຄວາມຕັ້ງໃຈ ແລະ ພວກເຂົາ​ເຫັນ​ໜ້າ​ຂອງ​ເພິ່ນ​ເປັນ​ເໝືອນ​ໜ້າ​ຂອງ​ເທວະດາ.


ຈິດສຳນຶກ​ຂອງ​ເຮົາ​ກໍ​ຊັດເຈນ, ແຕ່​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມຜິດ. ອົງພຣະຜູ້ເປັນເຈົ້າ​ເປັນ​ຜູ້​ຕັດສິນ​ເຮົາ.


ບັດນີ້ ນີ້​ແມ່ນ​ຄວາມອວດອ້າງ​ຂອງ​ພວກເຮົາ​ຄື: ຈິດສຳນຶກ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ ພວກເຮົາ​ໄດ້​ປະພຶດ​ຕົນ​ຢູ່​ໃນ​ໂລກ​ນີ້ ແລະ ໂດຍ​ສະເພາະ​ໃນ​ຄວາມສຳພັນ​ຂອງ​ພວກເຮົາ​ກັບ​ພວກເຈົ້າ​ດ້ວຍ​ຄວາມສັດຊື່ ແລະ ຄວາມຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ. ພວກເຮົາ​ບໍ່​ໄດ້​ປະພຶດ​ຕາມ​ປັນຍາ​ຝ່າຍໂລກ ແຕ່​ຕາມ​ພຣະຄຸນ​ຂອງ​ພຣະເຈົ້າ.


ແທນ​ທີ່​ຈະ​ເປັນ​ຢ່າງ​ນັ້ນ, ພວກເຮົາ​ໄດ້​ປະຖິ້ມ​ວິຖີທາງ​ທີ່​ລັບລີ້ ແລະ ໜ້າອັບອາຍ​ນັ້ນ, ພວກເຮົາ​ບໍ່​ໃຊ້​ກົນອຸບາຍ ແລະ ບໍ່​ໄດ້​ບິດເບືອນ​ພຣະຄຳ​ຂອງ​ພຣະເຈົ້າ. ກົງກັນຂ້າມ, ພວກເຮົາ​ຍົກຍ້ອງ​ຕົນເອງ​ຕໍ່​ຈິດສຳນຶກ​ຂອງ​ທຸກຄົນ​ໃນ​ສາຍຕາ​ຂອງ​ພຣະເຈົ້າ ດ້ວຍ​ການສະແດງ​ຄວາມຈິງ​ຢ່າງ​ຈະແຈ້ງ.


ເຮົາ​ຂອບພຣະຄຸນ​ພຣະເຈົ້າ, ພຣະອົງ​ຜູ້​ທີ່​ເຮົາ​ຮັບໃຊ້, ເຊັ່ນດຽວກັນ​ກັບ​ບັນພະບຸລຸດ​ຂອງ​ເຮົາ​ໄດ້​ກະທຳ ດ້ວຍ​ຈິດສຳນຶກ​ອັນ​ໃສ​ສະອາດ, ທັງ​ກາງເວັນ ແລະ ກາງຄືນ​ເຮົາ​ໄດ້​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ​ຢູ່​ສະເໝີ.


ຈົ່ງ​ອະທິຖານ​ເພື່ອ​ພວກເຮົາ. ພວກເຮົາ​ແນ່ໃຈ​ວ່າ​ພວກເຮົາ​ມີ​ຈິດສຳນຶກ​ອັນ​ໃສ​ສະອາດ ແລະ ປາຖະໜາ​ທີ່​ຈະ​ດຳເນີນຊີວິດ​ຢ່າງ​ມີ​ກຽດ​ໃນ​ທຸກ​ດ້ານ.


ຈົ່ງ​ຮັກສາ​ຈິດສຳນຶກ​ໃຫ້​ໃສ​ສະອາດ ເພື່ອ​ຜູ້​ທີ່​ກ່າວຮ້າຍ​ຄວາມປະພຶດ​ດີ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ນັ້ນ​ຈະ​ໄດ້​ລະອາຍໃຈ​ທີ່​ມາ​ໃສ່ຮ້າຍ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka