ກິດຈະການ 22:5 - ພຣະຄຳພີລາວສະບັບສະໄໝໃໝ່5 ມະຫາປະໂລຫິດ ແລະ ສະມາຊິກສະພາທຸກຄົນສາມາດເປັນພະຍານໄດ້. ຂ້າພະເຈົ້າກໍໄດ້ຮັບຈົດໝາຍຈາກພວກເພິ່ນໄປເຖິງພວກພີ່ນ້ອງຂອງພວກເຂົາໃນເມືອງດາມັສກັດ, ແລ້ວເດີນທາງໄປທີ່ນັ້ນເພື່ອຈັບຄົນເຫລົ່ານີ້ໄປເປັນນັກໂທດ ແລະ ນຳໄປເຢຣູຊາເລັມເພື່ອລົງໂທດ. Uka jalj uñjjattʼätaພຣະຄຳພີສັກສິ5 ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຫາບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາທີ່ນະຄອນເຢຣູຊາເລັມເພື່ອລົງໂທດ.” Uka jalj uñjjattʼäta |
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ.
ພໍຮຸ່ງເຊົ້າມາ ພວກອັກຄະສາວົກກໍໄດ້ເຂົ້າໄປໃນເດີ່ນວິຫານຕາມທີ່ພວກເພິ່ນໄດ້ຍິນ ແລະ ເລີ່ມຕົ້ນສັ່ງສອນປະຊາຊົນ. ເມື່ອມະຫາປະໂລຫິດກັບພັກພວກຂອງຕົນມາເຖິງ, ພວກເຂົາກໍເອີ້ນສະມາຊິກສະພາແຊນເຮດຣິນ ຄືພວກເຖົ້າແກ່ຊາວອິດສະຣາເອນທຸກຄົນໃຫ້ມາປະຊຸມ ແລ້ວໃຊ້ຄົນໄປຄຸກເພື່ອນຳເອົາພວກອັກຄະສາວົກອອກມາ.