Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ຄົນ​ທັງຫລາຍ ທີ່​ຖື​ໃນ​ທາງ​ນັ້ນ​ຈົນ​ພວກເຂົາ​ເສຍ​ຊີວິດ, ຂ້າພະເຈົ້າ​ໄດ້​ຈັບ​ເອົາ​ຊາຍ​ຍິງ ແລະ​ນຳ​ພວກເຂົາ​ໄປ​ຂັງ​ຄຸກ.

Uka jalj uñjjattʼäta Copia luraña




ກິດຈະການ 22:4
17 Jak'a apnaqawi uñst'ayäwi  

ນາງ​ໄດ້​ຕິດຕາມ​ໂປໂລ​ກັບ​ພວກເຮົາ​ມາ ແລະ ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫລົ່ານີ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ອົງ​ສູງສຸດ, ພວກເພິ່ນ​ມາ​ບອກ​ເລື່ອງ​ທາງ​ຄວາມພົ້ນ​ໃຫ້​ແກ່​ພວກເຈົ້າ”.


ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.


ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.


ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.


ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ຍອມຮັບ​ວ່າ​ຂ້າພະເຈົ້າ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ໃນ​ຖານະ​ຜູ້​ຕິດຕາມ ‘ທາງນັ້ນ’, ເຊິ່ງ​ພວກເຂົາ​ເອີ້ນ​ວ່າ​ນິກາຍ​ໜຶ່ງ. ຂ້າພະເຈົ້າ​ເຊື່ອ​ທຸກສິ່ງ​ທີ່​ສອດຄ່ອງ​ກັບ​ກົດບັນຍັດ ແລະ ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ,


ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.


ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”


ເພາະ​ເຮົາ​ເປັນ​ຜູ້​ນ້ອຍ​ທີ່ສຸດ​ໃນ​ບັນດາ​ອັກຄະສາວົກ ແລະ ບໍ່​ສົມຄວນ​ແມ່ນແຕ່​ຈະ​ໄດ້​ຊື່​ວ່າ​ອັກຄະສາວົກ, ເພາະວ່າ​ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ.


ເພາະວ່າ​ພວກເຈົ້າ​ກໍ​ເຄີຍ​ໄດ້​ຍິນ​ເຖິງ​ວິຖີຊີວິດ​ຂອງ​ເຮົາ​ທີ່​ຜ່ານມາ​ໃນ​ສາສະໜາຢິວ, ເຮົາ​ໄດ້​ຂົ່ມເຫັງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ຢ່າງ​ຮຸນແຮງ ແລະ ພະຍາຍາມ​ຈະ​ທຳລາຍ​ຄຣິສຕະຈັກ.


ໃນ​ດ້ານ​ຄວາມ​ຮ້ອນຮົນ ເຮົາ​ເຄີຍ​ຂົ່ມເຫັງ​ຄຣິສຕະຈັກ; ໃນ​ດ້ານ​ຄວາມຊອບທຳ​ຕາມ​ກົດບັນຍັດ ເຮົາ​ກໍ​ບໍ່ມີຂໍ້ບົກຜ່ອງ.


ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka