Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’

Uka jalj uñjjattʼäta Copia luraña




ກິດຈະການ 22:16
19 Jak'a apnaqawi uñst'ayäwi  

ເປໂຕ​ຕອບ​ວ່າ, “ບໍ່, ພຣະອົງ​ຈະ​ລ້າງ​ຕີນ​ຂອງ​ຂ້ານ້ອຍ​ບໍ່​ໄດ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ຖ້າ​ເຮົາ​ບໍ່​ລ້າງຕີນ​ໃຫ້​ເຈົ້າ ເຈົ້າ​ຈະ​ບໍ່​ມີ​ສ່ວນ​ໃນ​ເຮົາ”.


ແລະ ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ ຄວາມພົ້ນ’.


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.


ແລະ ລາວ​ໄດ້​ມາ​ທີ່​ນີ້​ດ້ວຍ​ສິດອຳນາດ​ຈາກ​ຫົວໜ້າ​ປະໂລຫິດ​ເພື່ອ​ຈັບກຸມ​ຄົນ​ທັງໝົດ​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ”.


ທັນໃດ​ນັ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ເກັດປາ​ຕົກ​ຈາກ​ຕາ​ຂອງ​ໂຊໂລ ແລະ ເພິ່ນ​ກໍ​ເຫັນຮຸ່ງ​ໄດ້​ອີກ. ໂຊໂລ​ຈຶ່ງ​ລຸກຂຶ້ນ ແລະ ຮັບ​ບັບຕິສະມາ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ແລະ ບາງຄົນ​ໃນ​ພວກເຈົ້າ​ກໍ​ເຄີຍ​ເປັນ​ຢ່າງ​ນັ້ນ. ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະລ້າງ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ, ພວກເຈົ້າ​ໄດ້​ຖືກ​ນັບ​ເປັນ​ຜູ້ຊອບທຳ​ແລ້ວ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ເພາະ​ພວກເຈົ້າ​ທຸກຄົນ​ຜູ້​ທີ່​ໄດ້​ຮັບ​ບັບຕິສະມາ​ເຂົ້າສ່ວນ​ໃນ​ພຣະຄຣິດເຈົ້າ​ກໍ​ໄດ້​ຮົ່ມ​ກາຍ​ຂອງ​ຕົນເອງ​ດ້ວຍ​ພຣະຄຣິດເຈົ້າ.


ເພື່ອ​ເຮັດ​ໃຫ້​ຄຣິສຕະຈັກ​ບໍລິສຸດ​ໂດຍ​ການ​ຊຳລະ​ຄຣິສຕະຈັກ​ນັ້ນ​ດ້ວຍ​ນ້ຳ​ຜ່ານທາງ​ພຣະຄຳ,


ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ລອດພົ້ນ, ບໍ່​ແມ່ນ​ເພາະ​ຄວາມຊອບທຳ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ຄວາມ​ເມດຕາ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍ​ພວກເຮົາ​ໃຫ້​ພົ້ນ​ຜ່ານທາງ​ການຊຳລະ​ແຫ່ງ​ການ​ບັງເກີດ​ໃໝ່ ແລະ ການ​ສ້າງ​ຂຶ້ນ​ໃໝ່​ໂດຍ​ພຣະວິນຍານບໍລິສຸດເຈົ້າ


ກໍ​ໃຫ້​ພວກເຮົາ​ເຂົ້າ​ໃກ້​ພຣະເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ຄວາມໝັ້ນໃຈ​ຢ່າງ​ເຕັມທີ່​ໃນ​ຄວາມເຊື່ອ ໂດຍ​ທີ່​ຈິດໃຈ​ຂອງ​ພວກເຮົາ​ໄດ້​ຮັບ​ການຊິດໃສ່​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ໝົດ​ຈາກ​ຈິດສຳນຶກ​ທີ່​ຟ້ອງ​ວ່າ​ຕົນ​ຜິດ ແລະ ຮ່າງກາຍ​ຂອງ​ພວກເຮົາ​ໄດ້​ຮັບ​ການຊຳລະລ້າງ​ດ້ວຍ​ນ້ຳ​ບໍລິສຸດ​ແລ້ວ.


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka