Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 22:12 - ພຣະຄຳພີລາວສະບັບສະໄໝໃໝ່

12 “ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ອານາເນຍ ເພິ່ນ​ເປັນ​ຜູ້​ຢຳເກງ​ພຣະເຈົ້າ ແລະ​ຢຶດຖື​ຕາມ​ກົດບັນຍັດ​ຂອງ​ພວກເຮົາ, ເພິ່ນ​ເປັນ​ຜູ້​ທີ່​ໄດ້​ຮັບ​ຄວາມນັບຖື​ຢ່າງ​ສູງ ຈາກ​ຊາວ​ຢິວ​ທຸກຄົນ​ຢູ່​ໃນ​ເມືອງ​ນີ້,

Uka jalj uñjjattʼäta Copia luraña




ກິດຈະການ 22:12
10 Jak'a apnaqawi uñst'ayäwi  

ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.


ພີ່ນ້ອງ​ທັງຫລາຍ, ຈົ່ງ​ເລືອກ​ເອົາ​ເຈັດ​ຄົນ​ໃນ​ທ່າມກາງ​ພວກເຈົ້າ ເຊິ່ງ​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ສະຕິປັນຍາ. ພວກເຮົາ​ຈະ​ມອບ​ໜ້າທີ່​ນີ້​ໃຫ້​ພວກເຂົາ


ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.


ຜ່ານ​ທາງ​ກຽດ ແລະ ຄວາມເສື່ອມເສຍ, ໃນ​ຍາມ​ທີ່​ຄົນ​ວ່າ​ດີ ແລະ ໃນ​ຍາມ​ທີ່​ຄົນ​ວ່າ​ຊົ່ວ; ເປັນ​ຄົນ​ຈິງ​ໃຈ ແຕ່​ຖືກ​ຫາ​ວ່າ​ເປັນ​ຄົນ​ຫລອກລວງ;


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ເພາະ​ຄວາມເຊື່ອ​ແບບ​ນີ້​ເອງ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ໄດ້​ຮັບ​ການຍົກຍ້ອງ.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka