ກິດຈະການ 22:1 - ພຣະຄຳພີລາວສະບັບສະໄໝໃໝ່1 “ອ້າຍ ແລະ ພໍ່ທັງຫລາຍເອີຍ, ບັດນີ້ຂໍໃຫ້ຟັງຄຳໃຫ້ການຂອງຂ້າພະເຈົ້າດ້ວຍ”. Uka jalj uñjjattʼätaພຣະຄຳພີສັກສິ1 “ພີ່ນ້ອງ ແລະທ່ານຜູ້ອາວຸໂສເອີຍ, ຂໍຟັງຄຳໃຫ້ການທີ່ຂ້າພະເຈົ້າຈະກ່າວແກ້ຄະດີຕໍ່ໜ້າທ່ານທັງຫລາຍໃນບັດນີ້ດ້ວຍເຖີດ.” Uka jalj uñjjattʼäta |
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ.
ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການຕຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້.