Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ມື້​ຕໍ່ມາ​ພວກເຮົາ​ກໍ​ອອກ​ຈາກ​ທີ່​ນັ້ນ, ພວກເຮົາ​ມາ​ເຖິງ​ເມືອງ​ກາຍຊາເຣຍ ແລະ ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ, ເຊິ່ງ​ເປັນ​ຜູ້​ໜຶ່ງ​ໃນ​ກຸ່ມ​ເຈັດ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຕົກ​ວັນ​ໜ້າ​ມາ ພວກເຮົາ​ໄດ້​ຈາກ​ທີ່​ນັ້ນ ແລະ​ໄປ​ເຖິງ​ເມືອງ​ກາຍຊາເຣຍ, ໃນ​ເມືອງ​ນີ້ ພວກເຮົາ​ໄດ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ຟີລິບ​ຜູ້​ປະກາດ​ຂ່າວປະເສີດ ທີ່​ເປັນ​ຜູ້ໜຶ່ງ​ໃນ​ພວກ​ເຈັດ​ຄົນ ທີ່​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ວຍ​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 21:8
18 Jak'a apnaqawi uñst'ayäwi  

ທີ່​ເມືອງ​ກາຍຊາເຣຍ ມີ​ຊາຍ​ຄົນໜຶ່ງ​ທີ່​ຊື່​ວ່າ​ໂກເນລີໂອ, ນາຍຮ້ອຍ​ຢູ່​ໃນ​ກອງທະຫານ​ທີ່​ເອີ້ນ​ວ່າ​ກອງ​ອີຕາລີ.


ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.


ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.


ເມື່ອ​ເພິ່ນ​ມາ​ຮອດ​ເມືອງ​ກາຍຊາເຣຍ​ແລ້ວ, ເພິ່ນ​ໄດ້​ຂຶ້ນ​ໄປ​ທີ່​ເຢຣູຊາເລັມ ແລະ ທັກທາຍ​ພີ່ນ້ອງ​ໃນ​ຄຣິສຕະຈັກ ແລະ ຈາກນັ້ນ​ເພິ່ນ​ກໍ​ໄດ້​ເດີນທາງ​ລົງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ.


ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ.


ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.


ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.


ຫລັງຈາກນັ້ນ ນາຍພັນ​ກໍ​ເອີ້ນ​ນາຍຮ້ອຍ​ສອງ​ຄົນ​ມາ ແລະ ສັ່ງ​ພວກເຂົາ​ວ່າ, “ຈົ່ງ​ຕຽມ​ກຳລັງ​ທະຫານ​ສອງຮ້ອຍ​ຄົນ, ທະຫານ​ມ້າ​ເຈັດສິບ​ຄົນ ແລະ ທະຫານຫອກ​ສອງຮ້ອຍ​ຄົນ​ເພື່ອ​ໄປ​ທີ່​ເມືອງ​ກາຍຊາເຣຍ​ໃນເວລາ​ເກົ້າໂມງ​ຂອງ​ຄືນ​ນີ້,


ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.


ຫລັງຈາກ​ສາມ​ເດືອນ​ຕໍ່ມາ ພວກເຮົາ​ກໍ​ລົງ​ເຮືອ​ລຳ​ໜຶ່ງ​ທີ່​ມາ​ຈາກ​ເມືອງ​ອາເລັກຊັນເດຍ​ທີ່​ມີ​ຊື່​ສະຫລັກ​ໄວ້​ທີ່​ຫົວເຮືອ​ວ່າ: “ເທບພະເຈົ້າ​ຝາແຝດ” ຄື​ກາຊະຕໍ ແລະ ປຸນຫລຸກ ເຊິ່ງ​ໄດ້​ມາ​ຄ້າງ​ຢູ່​ໃນ​ເກາະ​ນັ້ນ​ຕະຫລອດ​ລະດູໜາວ.


ເມື່ອ​ພວກເຮົາ​ມາ​ຮອດ​ນະຄອນ​ໂຣມ, ໂປໂລ​ໄດ້​ຮັບ​ອະນຸຍາດ​ໃຫ້​ຢູ່​ຕ່າງຫາກ, ໂດຍ​ມີ​ທະຫານ​ຄົນ​ໜຶ່ງ​ເປັນ​ຜູ້ຍາມ​ຮັກສາ​ເພິ່ນ​ໄວ້.


ຄົນ​ໃນ​ທີ່​ປະຊຸມ​ທັງໝົດ​ພໍໃຈ​ກັບ​ຂໍ້ສະເໜີ​ນີ້. ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ, ຜູ້ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມ​ທັງ​ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຈາກ​ອັນຕີໂອເຂຍ​ທີ່​ເຂົ້າ​ສາສະໜາ​ຢິວ.


ເມື່ອ​ຄົນທີ່ເຊື່ອ​ໄດ້​ຮູ້​ເລື່ອງ​ນີ້, ພວກເຂົາ​ຈຶ່ງ​ໄດ້​ພາ​ໂຊໂລ​ລົງ​ໄປ​ທີ່​ເມືອງ​ກາຍຊາເຣຍ ແລະ ສົ່ງ​ເພິ່ນ​ຕໍ່​ໄປ​ທີ່​ເມືອງ​ຕາໂຊ.


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ແຕ່​ເຈົ້າ​ຈົ່ງ​ມີ​ສະຕິ​ໃນ​ທຸກ​ສະຖານະການ, ຈົ່ງ​ອົດທົນ​ຕໍ່​ຄວາມຍາກລຳບາກ, ຈົ່ງ​ເຮັດ​ຫນ້າທີ່​ຂອງ​ຜູ້​ປະກາດ​ຂ່າວປະເສີດ, ຈົ່ງ​ເຮັດ​ຫນ້າທີ່​ທັງໝົດ​ໃນ​ພັນທະກິດ​ຂອງ​ເຈົ້າ​ໃຫ້​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka