Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ໃນ​ເມືອງ​ຕີເຣ​ນີ້ ພວກເຮົາ​ໄດ້​ພົບ​ຄົນ​ທີ່​ເຊື່ອ ແລະ​ໄດ້​ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ວັນ, ໂດຍ​ການ​ຊົງ​ນຳພາ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ສິດ​ເຫຼົ່ານັ້ນ​ໄດ້​ບອກ​ໂປໂລ​ບໍ່​ໃຫ້​ໄປ​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 21:4
11 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ໃດ ຫລື ບ້ານ​ໃດ, ຈົ່ງ​ຊອກຫາ​ຄົນ​ທີ່​ເໝາະສົມ​ຢູ່​ທີ່​ນັ້ນ ແລະ ໃຫ້​ພັກ​ຢູ່​ທີ່​ເຮືອນ​ຂອງ​ພວກເຂົາ​ຈົນ​ກວ່າ​ພວກເຈົ້າ​ຈະ​ຈາກ​ໄປ.


ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.


ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ


ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.


ພວກເຮົາ​ໄດ້​ພົບ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຢູ່​ທີ່​ນັ້ນ, ພວກເຂົາ​ໄດ້​ເຊີນ​ໃຫ້​ພວກເຮົາ​ພັກ​ຢູ່​ນຳ​ໜຶ່ງ​ອາທິດ​ແລ້ວ​ພວກເຮົາ​ກໍ​ອອກ​ເດີນທາງ​ໄປ​ຮອດ​ນະຄອນ​ໂຣມ.


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka