Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ ແລະ ລ່ອງ​ເຮືອ​ຜ່ານ​ທາງ​ໃຕ້​ຂອງ​ເກາະ​ລົງ​ມາ​ເຖິງ​ແຂວງ​ຊີເຣຍ. ພວກເຮົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ຕີເຣ​ບ່ອນ​ທີ່​ຂົນ​ສິນຄ້າ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ​ແລ້ວ ພວກເຮົາ​ກໍ​ເວັ້ນ​ເກາະ​ນັ້ນ​ໄປ​ທາງ​ຊ້າຍ ແລ້ວ​ມຸ່ງໜ້າ​ໄປ​ແຂວງ​ຊີເຣຍ ແລະ​ຈອດ​ເຮືອ​ທີ່​ທ່າ​ເມືອງ​ຕີເຣ ເພາະ​ໃນ​ເມືອງ​ນີ້ ເຮືອ​ຈະ​ຕ້ອງ​ເອົາ​ຂອງ​ບັນທຸກ​ຂຶ້ນ​ທ່າ.

Uka jalj uñjjattʼäta Copia luraña




ກິດຈະການ 21:3
22 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ, ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ, ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ​ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


“ວິບັດ​ແກ່​ເຈົ້າ ເມືອງ​ໂຂຣາຊິນ! ວິບັດ​ແກ່​ເຈົ້າ ເມືອງ​ເບັດຊາອີດາ! ເພາະ​ຖ້າ​ການ​ອັດສະຈັນ​ທີ່​ສະແດງ​ໃນ​ພວກເຈົ້າ​ໄດ້​ຖືກ​ສະແດງ​ທີ່​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ​ແລ້ວ, ພວກເຂົາ​ກໍ​ຄົງ​ຖິ້ມໃຈເກົ່າເອົາໃຈໃໝ່​ແຕ່​ດົນ ແລະ ນຸ່ງ​ຜ້າກະສອບເຂົ້າ ແລ້ວ​ນັ່ງ​ເທິງ​ຂີ້ເຖົ່າ.


(ນີ້​ແມ່ນ​ການ​ຈົດທະບຽນ​ສຳມະໂນຄົວ​ຄັ້ງ​ທຳອິດ​ໃນ​ສະໄໝ​ທີ່​ກີເຣນີໂອ​ເປັນ​ຜູ້ປົກຄອງ​ແຂວງ​ຊີເຣຍ.)


ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.


ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.


ພວກເພິ່ນ​ທັງ​ສອງ​ຈຶ່ງ​ຖືກ​ສົ່ງ​ອອກ​ໄປ​ໂດຍ​ພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນ​ໄດ້​ລົງໄປ​ທີ່​ເມືອງ​ແຊລູເກຍ ແລະ ນັ່ງ​ເຮືອ​ຈາກ​ທີ່​ນັ້ນ​ມາ​ຍັງ​ເກາະ​ໄຊປຣັດ.


ແລ້ວ​ພວກເພິ່ນ​ໄດ້​ຝາກ​ຈົດໝາຍ​ໃຫ້​ພວກເຂົາ​ຖື​ໄປ​ນຳ​ດັ່ງ​ນີ້: ຈາກ​ບັນດາ​ອັກຄະສາວົກ ແລະ ຜູ້ອາວຸໂສ ຜູ້​ເປັນ​ພີ່ນ້ອງ​ຂອງ​ພວກທ່ານ, ເຖິງ ຜູ້ທີ່ເຊື່ອ​ທີ່​ເປັນ​ຄົນຕ່າງຊາດ​ໃນ​ເມືອງ​ອັນຕີໂອເຂຍ ໃນ​ແຂວງ​ຊີເຣຍ ແລະ ໃນ​ແຂວງ​ກີລີເກຍ: ຂໍ​ສົ່ງ​ຄຳ​ທັກທາຍ.


ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ,


ພວກເພິ່ນ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ, ໜູນໃຈ​ຄຣິສຕະຈັກ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.


ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.


ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.


ພວກເຮົາ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ​ກຳລັງ​ຂ້າມ​ໄປ​ຍັງ​ເມືອງ​ໂຟນີເຊຍ, ຈຶ່ງ​ລົງ​ເຮືອ​ລຳ​ນັ້ນ ແລະ ເດີນທາງ​ຕໍ່ໄປ.


ພວກເຮົາ​ໄດ້​ສືບຕໍ່​ເດີນທາງ​ຈາກ​ເມືອງ​ຕີເຣ​ມາ​ຂຶ້ນ​ຝັ່ງ​ທີ່​ເມືອງ​ປະໂຕເລມາຍ, ຢູ່​ທີ່​ນັ້ນ ພວກເຮົາ​ໄດ້​ໄປ​ທັກທາຍ​ພວກ​ພີ່ນ້ອງ ແລະ ພັກ​ຢູ່​ກັບ​ພວກເຂົາ​ມື້​ໜຶ່ງ.


ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka