ກິດຈະການ 21:21 - ພຣະຄຳພີລາວສະບັບສະໄໝໃໝ່21 ພວກເຂົາໄດ້ຍິນຂ່າວວ່າທ່ານສັ່ງສອນບັນດາຊາວຢິວທີ່ຢູ່ທ່າມກາງຄົນຕ່າງຊາດໃຫ້ຫັນໜີຈາກໂມເຊ, ໂດຍບອກພວກເຂົາວ່າບໍ່ຕ້ອງໃຫ້ລູກຫລານຮັບພິທີຕັດ ຫລື ດຳເນີນຊີວິດຕາມທຳນຽມຂອງພວກເຮົາ. Uka jalj uñjjattʼätaພຣະຄຳພີສັກສິ21 ພວກເຂົາໄດ້ຍິນຂ່າວວ່າ ທ່ານສັ່ງສອນພວກຢິວທຸກຄົນທີ່ຢູ່ທ່າມກາງຄົນຕ່າງຊາດນັ້ນ ໃຫ້ປະຖິ້ມກົດບັນຍັດຂອງໂມເຊ ໂດຍບອກພວກເຂົາບໍ່ໃຫ້ເຮັດພິທີຕັດແກ່ລູກໆ ແລະບໍ່ໃຫ້ຢຶດຖືຮີດເກົ່າຄອງຫລັງຂອງຢິວຕໍ່ໄປ. Uka jalj uñjjattʼäta |
ພວກເຂົາຮ້ອງຂຶ້ນວ່າ, “ປະຊາຊົນອິດສະຣາເອນ, ຊ່ວຍພວກເຮົາແດ່! ຄົນນີ້ແຫລະທີ່ເປັນຜູ້ສັ່ງສອນຄົນທັງຫລາຍໃນທຸກບ່ອນໃຫ້ຕໍ່ຕ້ານຊົນຊາດຂອງພວກເຮົາ, ໃຫ້ຕໍ່ຕ້ານກົດບັນຍັດຂອງເຮົາ ແລະ ສະຖານທີ່ແຫ່ງນີ້. ຫລາຍກວ່ານັ້ນອີກ ລາວໄດ້ພາຄົນກຣີກເຂົ້າມາໃນບໍລິເວນວິຫານ ແລະ ເຮັດໃຫ້ສະຖານທີ່ສັກສິດນີ້ເປັນມົນທິນ”.
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ.