Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຂົ້າ​ມາ​ຫາ​ພວກເຮົາ, ລາວ​ເອົາ​ສາຍແອວ​ຂອງ​ໂປໂລ​ມັດ​ມື​ມັດ​ຕີນ​ຂອງ​ຕົນ​ເອງ ແລະ ເວົ້າ​ວ່າ, “ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, ‘ຊາວຢິວ​ໃນ​ເຢຣູຊາເລັມ​ຈະ​ມັດ​ເຈົ້າຂອງ​ສາຍ​ຮັດ​ແອວ​ນີ້​ຢ່າງນີ້​ແຫລະ ແລະ ຈະ​ມອບ​ລາວ​ໃຫ້​ຄົນຕ່າງຊາດ’”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ລາວ​ມາ​ຫາ​ພວກເຮົາ ແລະ​ເອົາ​ສາຍຮັດແອວ​ຂອງ​ໂປໂລ​ມັດ​ຕີນ​ມັດ​ມື​ຂອງ​ຕົນເອງ ແລະ​ກ່າວ​ວ່າ, “ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ດັ່ງນີ້: ເຈົ້າຂອງ​ສາຍຮັດແອວ​ນີ້ ຈະ​ຖືກ​ມັດ​ຢ່າງ​ດຽວກັນ​ນີ້ ໂດຍ​ພວກ​ຢິວ​ໃນ​ນະຄອນ​ເຢຣູຊາເລັມ ແລະ​ພວກເຂົາ​ຈະ​ມອບ​ເພິ່ນ​ໃຫ້​ແກ່​ຄົນຕ່າງຊາດ.”

Uka jalj uñjjattʼäta Copia luraña




ກິດຈະການ 21:11
34 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ອະທິຖານ​ຈົບ​ແລ້ວ, ພຣະເຢຊູເຈົ້າ​ໄດ້​ອອກ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ ແລະ ຂ້າມ​ຮ່ອມພູ​ກິດໂຣນ​ໄປ. ອີກ​ຟາກ​ໜຶ່ງ​ຢູ່​ບ່ອນ​ນັ້ນ​ມີ​ສວນ​ແຫ່ງ​ໜຶ່ງ, ພຣະອົງ​ໄດ້​ເຂົ້າໄປ​ໃນ​ສວນ​ນັ້ນ​ພ້ອມ​ກັບ​ພວກສາວົກ​ຂອງ​ພຣະອົງ.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່.


ດັ່ງນັ້ນ ນາຍພັນ​ຈຶ່ງ​ເຂົ້າ​ໄປ​ຫາ ແລະ ຈັບ​ເພິ່ ແລ້ວ​ສັ່ງ​ໃຫ້​ເອົາ​ໂສ້​ສອງ​ເສັ້ນ​ລ່າມ​ເພິ່ນ​ໄວ້​ແລ້ວ​ຖາມ​ວ່າ​ເພິ່ນ​ເປັນ​ຜູ້ໃດ ແລະ ເພິ່ນ​ໄດ້​ເຮັດ​ຫຍັງ.


ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.


ເມື່ອ​ພວກເຂົາ​ຈັບ​ໂປໂລ​ມັດ​ຄຶງ​ໄວ້​ເພື່ອ​ຈະ​ຂ້ຽນຕີ ໂປໂລ​ຈຶ່ງ​ເວົ້າ​ຕໍ່​ນາຍຮ້ອຍ​ທີ່​ຢືນ​ຢູ່​ໃນ​ທີ່​ນັ້ນ​ວ່າ, “ການ​ຂ້ຽນຕີ​ພົນລະເມືອງ​ໂຣມ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຕັດສິນ​ວ່າ​ມີ​ຄວາມ​ຜິດ​ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ບໍ?”


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ໂປໂລ​ຕອບ​ວ່າ, “ບໍ່ວ່າ​ໃນ​ເວລາ​ສັ້ນ ຫລື ຍາວ ຂ້ານ້ອຍ​ກໍ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ ບໍ່ແມ່ນ​ເພື່ອ​ທ່ານ​ເທົ່ານັ້ນ​ແຕ່​ຂໍ​ໃຫ້​ຄົນ​ທັງຫລາຍ​ທີ່​ຟັງ​ຂ້ານ້ອຍ​ກ່າວ​ຢູ່​ໃນ​ວັນນີ້​ເປັນ​ເໝືອນ​ຂ້ານ້ອຍ, ເວັ້ນໄວ້​ແຕ່​ການ​ຖືກ​ລ່າມ​ໂສ້​ຢ່າງນີ້”.


ສາມ​ວັນ​ຕໍ່ມາ ໂປໂລ​ໄດ້​ເຊີນ​ບັນດາ​ຜູ້ນຳ​ຊາວຢິວ​ມາ​ປະຊຸມ. ເມື່ອ​ພວກເຂົາ​ມາ​ພ້ອມໜ້າກັນ​ແລ້ວ, ໂປໂລ​ກໍ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ທັງຫລາຍ​ເອີຍ ເຖິງແມ່ນວ່າ​ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ຜິດ​ອັນໃດ​ຕໍ່​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຮົາ ຫລື ຜິດ​ທຳນຽມ​ຂອງ​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ, ຂ້າພະເຈົ້າ​ກໍ​ໄດ້​ຖືກ​ຈັບກຸມ​ໃນ​ນະຄອນ​ເຢຣູຊາເລັມ ແລະ ຖືກ​ມອບ​ໃຫ້​ພວກ​ໂຣມ.


ດ້ວຍເຫດນີ້ ຂ້າພະເຈົ້າ​ຈຶ່ງ​ຂໍ​ພົບ​ພວກທ່ານ ແລະ ໂອ້ລົມ​ກັບ​ພວກທ່ານ. ເປັນ​ເພາະ​ຄວາມຫວັງ​ຂອງ​ຊົນຊາດ​ອິດສະຣາເອນ ຂ້າພະເຈົ້າ​ຈຶ່ງ​ຖືກ​ລ່າມ​ດ້ວຍ​ໂສ້​ຢ່າງ​ນີ້”.


ພວກເຂົາ​ມີ​ຄວາມເຫັນ​ບໍ່​ລົງລອຍກັນ​ທ່າມກາງ​ພວກເຂົາ​ເອງ ແລະ ເລີ່ມ​ລາ​ຈາກ​ກັນ​ໄປ​ຫລັງຈາກ​ທີ່​ໂປໂລ​ກ່າວ​ລົງທ້າຍ​ວ່າ: “ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກທ່ານ​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:


ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.


ເພາະ​ຍ້ອນ​ຂ່າວປະເສີດ​ນີ້​ແຫລະ ເຮົາ​ຈຶ່ງ​ເປັນ​ທູດ​ທີ່​ຖືກ​ລ່າມ​ໂສ້​ຢູ່. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ​ຢ່າງ​ກ້າຫານ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


ດັ່ງນັ້ນ, ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ກ່າວ​ໄວ້​ວ່າ: “ວັນນີ້, ຖ້າ​ພວກເຈົ້າ​ທັງຫລາຍ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ,


ພວກເພິ່ນ​ໄດ້​ຮັບ​ການ​ເປີດເຜີຍ​ວ່າ​ສິ່ງ​ຕ່າງໆ​ທີ່​ໄດ້​ທຳນວາຍ​ເຖິງ​ນັ້ນ ບໍ່​ແມ່ນ​ເພື່ອ​ເປັນ​ການ​ຮັບໃຊ້​ພວກເພິ່ນ​ເອງ​ແຕ່​ເພື່ອ​ພວກເຈົ້າ, ບັດນີ້ ບັນດາ​ຜູ້​ປະກາດ​ຂ່າວປະເສີດ​ໄດ້​ກ່າວ​ເຖິງ​ສິ່ງ​ຕ່າງໆ​ເຫລົ່ານີ້​ແກ່​ພວກເຈົ້າ​ແລ້ວ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໄດ້​ສົ່ງ​ມາ​ຈາກ​ສະຫວັນ. ແມ່ນ​ແຕ່​ພວກ​ເທວະດາ​ກໍ​ຍັງ​ປາຖະໜາ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka