Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 21:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ພວກເຮົາ​ແຍກ​ຈາກ​ຄົນ​ເຫລົ່ານັ້ນ​ແລ້ວ, ພວກເຮົາ​ກໍ​ອອກ​ສູ່​ທະເລ ແລະ ຂີ່ເຮືອ​ກົງ​ໄປ​ທີ່​ເກາະ​ໂກດ. ໃນ​ວັນ​ຕໍ່ມາ​ກໍ​ມາ​ເຖິງ​ເກາະ​ໂຣໂດ ແລະ ຈາກ​ທີ່​ນັ້ນ​ມາ​ເຖິງ​ເມືອງ​ປາຕາຣາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ພວກເຮົາ​ໄດ້​ກ່າວ​ຄຳ​ອຳລາ​ພວກເຂົາ​ແລ້ວ ກໍ​ຈາກ​ໄປ, ຫລັງຈາກ​ຂີ່​ເຮືອ​ກຳປັ່ນ​ແລ່ນ​ຕົງໄປ​ເກາະ​ໂກດ ແລະ​ອີກ​ວັນ​ໜຶ່ງ​ກໍ​ມາ​ເຖິງ​ເກາະ​ໂຣໂດ ຈາກ​ທີ່​ນັ້ນ​ພວກເຮົາ​ກໍ​ໄປ​ເຖິງ​ເມືອງ​ປາຕາຣາ.

Uka jalj uñjjattʼäta Copia luraña




ກິດຈະການ 21:1
8 Jak'a apnaqawi uñst'ayäwi  

ຫລັງຈາກ​ພຣະອົງ​ສັ່ງສອນ​ຈົບ​ແລ້ວ, ພຣະອົງ​ຈຶ່ງ​ກ່າວ​ກັບ​ຊີໂມນ​ວ່າ, “ຈົ່ງ​ຖອຍ​ເຮືອ​ອອກ​ໄປ​ສູ່​ບ່ອນ​ນ້ຳ​ເລິກ ແລ້ວ​ຈົ່ງ​ຢ່ອນ​ມອງ​ລົງ​ເພື່ອ​ຈັບ​ປາ”.


ວັນ​ໜຶ່ງ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ໃຫ້​ພວກເຮົາ​ຂ້າມ​ທະເລສາບ​ໄປ​ອີກ​ຟາກ​ໜຶ່ງ​ເທາະ”. ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ພາກັນ​ຂີ່​ເຮືອ​ອອກ​ໄປ.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.


ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka