Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໃນ​ວັນ​ຕົ້ນ​ສັບປະດາ ພວກເຮົາ​ໄດ້​ເຕົ້າໂຮມ​ກັນ​ເພື່ອ​ທຳ​ພິທີ​ຫັກ​ເຂົ້າຈີ່. ໂປໂລ​ໄດ້​ໂອ້ລົມ​ກັບ​ພວກ​ຄົນ​ທີ່ເຊື່ອ, ເພິ່ນ​ສືບຕໍ່​ກ່າວ​ພຣະທຳ​ນັ້ນ​ຈົນເຖິງ​ທ່ຽງຄືນ ເພາະວ່າ​ວັນ​ຕໍ່ມາ​ເພິ່ນ​ກໍ​ຈະ​ຈາກ​ພວກເຂົາ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 20:7
22 Jak'a apnaqawi uñst'ayäwi  

ເມື່ອ​ຮຸ່ງເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ເປັນຄືນມາຈາກຕາຍ​ແລ້ວ, ພຣະອົງ​ໄດ້​ປາກົດ​ແກ່​ນາງ​ມາຣີ​ຊາວ​ມັກດາລາ​ເປັນ​ຜູ້ທຳອິດ ຄື​ຜູ້​ທີ່​ພຣະເຢຊູເຈົ້າ​ໄດ້​ຂັບໄລ່​ຜີມານຮ້າຍ​ເຈັດ​ໂຕ​ອອກ​ນັ້ນ.


ແລະ ພຣະອົງ​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ​ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ຍື່ນ​ໃຫ້​ພວກເພິ່ນ ແລະ ກ່າວ​ວ່າ: “ນີ້​ຄື​ກາຍ​ຂອງ​ເຮົາ ເຊິ່ງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ, ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ເປັນ​ການ​ລະນຶກ​ເຖິງ​ເຮົາ”.


ແລ້ວ​ທັງ​ສອງ​ຄົນ​ນັ້ນ​ກໍ​ໄດ້​ເລົ່າ​ເຫດການ​ທີ່​ເກີດຂຶ້ນ​ຕາມ​ທາງ ແລະ ທີ່​ພວກເພິ່ນ​ຈື່​ພຣະເຢຊູເຈົ້າ​ໄດ້​ແມ່ນ​ເວລາ​ທີ່​ພຣະອົງ​ຫັກ​ເຂົ້າຈີ່.


ຕອນເຊົ້າ​ຂອງ​ວັນ​ຕົ້ນ​ສັບປະດາ​ໃນຂະນະ​ທີ່​ຍັງ​ມືດ​ຢູ່, ມາຣີ​ຊາວ​ມັກດາລາ​ໄດ້​ມາ​ທີ່​ອຸບມຸງ​ຝັງສົບ ແລະ ເຫັນ​ວ່າ​ກ້ອນຫີນ​ຖືກ​ກຶ່ງອອກ​ຈາກ​ປາກ​ອຸບມຸງ​ແລ້ວ.


ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.


ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,


ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.


ຄົນ​ເຫລົ່ານີ້​ໄດ້​ເດີນທາງ​ໄປ​ລ່ວງໜ້າ​ກ່ອນ ແລະ ຄອຍຖ້າ​ພວກເຮົາ​ຢູ່​ທີ່​ເມືອງ​ໂທອາດ.


ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ຈອກ​ແຫ່ງ​ການ​ໂມທະນາ​ຂອບພຣະຄຸນ​ທີ່​ເຮົາ​ໄດ້​ໂມທະນາ​ຂອບພຣະຄຸນ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ເລືອດ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ? ແລະ ເຂົ້າຈີ່​ທີ່​ເຮົາ​ໄດ້​ຫັກ​ນັ້ນ​ຄື​ການ​ເຂົ້າ​ຮ່ວມ​ໃນ​ກາຍ​ຂອງ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ບໍ?


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ ພຣະຄຸນ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ​ນັ້ນ​ກໍ​ບໍ່​ໄດ້​ໄຮ້ປະໂຫຍດ. ບໍ່​ດອກ, ເຮົາ​ໄດ້​ເຮັດວຽກ​ໜັກ​ກວ່າ​ພວກເຂົາ​ທຸກຄົນ, ແຕ່​ບໍ່ແມ່ນ​ເຮົາ​ເອງ​ທີ່​ເຮັດ, ຫາກ​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ນັ້ນ​ເປັນ​ຜູ້​ເຮັດ.


ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka