Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລະ​ອາໄສ​ຢູ່​ທີ່​ນີ້​ເປັນ​ເວລາ​ສາມ​ເດືອນ, ເມື່ອ​ໃກ້​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂປໂລ​ກໍ​ໄດ້​ຍິນ​ຂ່າວ​ວ່າ ພວກ​ຢິວ​ກຳລັງ​ວາງແຜນ​ທຳຮ້າຍ​ຕົນ. ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ກັບຄືນ ໂດຍ​ຜ່ານ​ໄປ​ທາງ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




ກິດຈະການ 20:3
19 Jak'a apnaqawi uñst'ayäwi  

ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.


ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.


ຂ້າພະເຈົ້າ​ຮັບໃຊ້​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ​ຫລາຍ ແລະ ດ້ວຍ​ນ້ຳຕາ ແລະ ເຖິງ​ວ່າ​ຖືກ​ທົດລອງ​ຢ່າງ​ໜັກ​ຈາກ​ແຜນ​ຮ້າຍ​ຂອງ​ພວກ​ຢິວ​ທີ່​ເປັນ​ຄູ່​ຕໍ່ສູ້​ຂອງ​ຂ້າພະເຈົ້າ.


ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,


ຫລັງຈາກ​ແນມ​ເຫັນ​ເກາະ​ໄຊປຣັດ ແລະ ລ່ອງ​ເຮືອ​ຜ່ານ​ທາງ​ໃຕ້​ຂອງ​ເກາະ​ລົງ​ມາ​ເຖິງ​ແຂວງ​ຊີເຣຍ. ພວກເຮົາ​ກໍ​ຈອດ​ທີ່​ທ່າ​ເມືອງ​ຕີເຣ​ບ່ອນ​ທີ່​ຂົນ​ສິນຄ້າ​ລົງ.


ພວກເຂົາ​ຂໍຮ້ອງ​ເຟຊະໂຕ​ໃຫ້​ເຫັນ​ແກ່​ພວກເຂົາ, ໂດຍ​ໃຫ້​ຍ້າຍ​ໂປໂລ​ມາ​ທີ່​ເຢຣູຊາເລັມ, ເພາະວ່າ​ພວກເຂົາ​ຕຽມ​ແຜນການ​ຈະ​ລັດ​ຂ້າ​ໂປໂລ​ກາງທາງ.


ເພາະ​ເຮົາ​ໝັ້ນໃຈ​ໃນ​ເລື່ອງ​ນີ້, ເຮົາ​ຈຶ່ງ​ຢາກ​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ​ກ່ອນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ສອງເທົ່າ.


ເຮົາ​ໄດ້​ຍ້າຍ​ທີ່ຢູ່​ຕະຫລອດ, ເຮົາ​ໄດ້​ຢູ່​ໃນ​ອັນຕະລາຍ​ຈາກ​ແມ່ນ້ຳ​ຕ່າງໆ, ໃນ​ອັນຕະລາຍ​ຈາກ​ພວກໂຈນ, ໃນ​ອັນຕະລາຍ​ຈາກ​ພີ່ນ້ອງ​ຢິວ​ຂອງ​ເຮົາເອງ, ໃນ​ອັນຕະລາຍ​ຈາກ​ຄົນຕ່າງຊາດ, ໃນ​ອັນຕະລາຍ​ພາຍ​ໃນ​ເມືອງ, ໃນ​ອັນຕະລາຍ​ພາຍ​ໃນ​ປະເທດ, ໃນ​ອັນຕະລາຍ​ຢູ່​ໃນ​ທະເລ ແລະ ໃນ​ອັນຕະລາຍ​ຈາກ​ຜູ້ທີ່ເຊື່ອ​ປອມ.


ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.


ຫລັງຈາກ​ນັ້ນ ເຮົາ​ໄດ້​ໄປ​ຍັງ​ຊີເຣຍ ແລະ ກີລີເກຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka