Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ໂປໂລ​ໄດ້​ຕັດສິນໃຈ​ຂີ່​ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ ເພື່ອ​ບໍ່​ຢາກ​ເສຍ​ເວລາ​ຢູ່​ໃນ​ແຂວງ​ເອເຊຍ, ເພິ່ນ​ຢາກ​ຟ້າວ​ໄປ​ເຖິງ​ນະຄອນ​ເຢຣູຊາເລັມ ໃຫ້​ທັນ​ວັນ​ເທດສະການ​ເພັນເຕຄໍສະເຕ​ຖ້າ​ເປັນ​ໄປ​ໄດ້.

Uka jalj uñjjattʼäta Copia luraña




ກິດຈະການ 20:16
17 Jak'a apnaqawi uñst'ayäwi  

ເປໂຕ​ໄດ້​ເຄາະ​ທີ່​ປະຕູ​ຊັ້ນນອກ, ມີ​ຄົນຮັບໃຊ້​ຜູ້​ໜຶ່ງ​ຊື່​ນາງ​ໂຣດາ​ມາ​ຕອບ​ທີ່​ປະຕູ.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ເມື່ອ​ເດີນທາງ​ມາ​ເຖິງ​ເມືອງ​ເອເຟໂຊ, ບ່ອນ​ທີ່​ໂປໂລ​ໄດ້​ປະ​ປີຊະກີລາ​ກັບ​ອາກີລາ​ໄວ້. ສ່ວນ​ເພິ່ນ​ເອງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ສົນທະນາ​ໂຕ້ຕອບ​ກັບ​ພວກ​ຢິວ.


ແຕ່​ໃນ​ຂະນະ​ທີ່​ເພິ່ນ​ລາ​ຈາກ​ໄປ​ນັ້ນ, ໂປໂລ​ໄດ້​ສັນຍາ​ວ່າ, “ຖ້າ​ແມ່ນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ເຮົາ​ຈະ​ກັບ​ຄືນ​ມາ​ຫາ​ພວກເຈົ້າ​ອີກ”. ແລ້ວ​ເພິ່ນ​ກໍ​ລົງ​ເຮືອ​ຈາກ​ເມືອງ​ເອເຟໂຊ​ໄປ.


ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ.


ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ.


ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


“ແລະ ບັດນີ້ ພຣະວິນຍານ​ໄດ້​ບັງຄັບ​ໃຫ້​ຂ້າພະເຈົ້າ​ໄປ​ເຢຣູຊາເລັມ, ບໍ່ຮູ້​ວ່າ​ຈະ​ເກີດ​ອັນໃດ​ຂຶ້ນ​ກັບ​ຂ້າພະເຈົ້າ​ໃນ​ທີ່​ນັ້ນ,


ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.


ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.


ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.


“ຫລັງ​ຈາກ​ຫາຍ​ໄປ​ຫລາຍ​ປີ, ຂ້າພະເຈົ້າ​ໄດ້​ມາ​ທີ່​ເຢຣູຊາເລັມ​ເພື່ອ​ນຳ​ເງິນ​ມາ​ໃຫ້​ພີ່ນ້ອງ​ທີ່​ທຸກຍາກ ແລະ ຖວາຍ​ເຄື່ອງບູຊາ.


ແຕ່​ເຮົາ​ຈະ​ຢູ່​ທີ່​ເມືອງ​ເອເຟໂຊ​ຕໍ່​ໄປ​ຈົນ​ເຖິງ​ເທສະການ​ເພັນເຕຄໍສະເຕ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka