Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຄົນ​ທັງຫລາຍ​ຈຶ່ງ​ພາ​ຊາຍໜຸ່ມ​ຄົນ​ທີ່​ຟື້ນ​ນັ້ນ​ກັບ​ເມືອ​ເຮືອນ ແລະ ຮູ້ສຶກ​ສະບາຍໃຈ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ແລ້ວ​ພວກເຂົາ​ໄດ້​ນຳ​ເອົາ​ຊາຍ​ໜຸ່ມ ທີ່​ຍັງ​ມີ​ຊີວິດ​ຢູ່​ກັບ​ເມືອ​ເຮືອນ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ໃຫຍ່.

Uka jalj uñjjattʼäta Copia luraña




ກິດຈະການ 20:12
10 Jak'a apnaqawi uñst'ayäwi  

ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.


ພວກເຮົາ​ລົງ​ເຮືອ​ເດີນທາງ​ໄປ​ຍັງ​ເມືອງ​ອາໂຊ, ບ່ອນ​ທີ່​ພວກເຮົາ​ຈະ​ໄປ​ຮັບ​ໂປໂລ​ຕາມ​ທີ່​ໄດ້​ນັດ​ໄວ້ ເພາະ​ເພິ່ນ​ຈະ​ມາ​ອາໂຊ​ທາງບົກ.


ຜູ້​ເລົ້າໂລມໃຈ​ພວກເຮົາ​ໃນ​ຄວາມທຸກລຳບາກ​ທຸກ​ຢ່າງ​ຂອງ​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ສາມາດ​ເລົ້າໂລມໃຈ​ບັນດາ​ຜູ້​ທີ່​ປະສົບ​ກັບ​ຄວາມທຸກລຳບາກ​ໃນ​ເລື່ອງໃດ​ເລື່ອງໜຶ່ງ​ດ້ວຍ​ການເລົ້າໂລມໃຈ​ທີ່​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ.


ເຮົາ​ກຳລັງ​ສົ່ງ​ລາວ​ມາ​ຫາ​ພວກເຈົ້າ​ກໍ​ເພາະ​ຈຸດປະສົງ​ນີ້​ແທ້, ເພື່ອ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຮົາ​ຢູ່​ຢ່າງໃດ ແລະ ເພື່ອ​ລາວ​ຈະ​ໄດ້​ໜູນໃຈ​ພວກເຈົ້າ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ເຫດສະນັ້ນ ຈົ່ງ​ໃຫ້​ໜູນໃຈ​ເຊິ່ງກັນແລະກັນ​ດ້ວຍ​ຂໍ້ຄວາມ​ເຫລົ່ານີ້.


ເຫດສະນັ້ນ ຈົ່ງ​ໜູນໃຈ​ເຊິ່ງກັນແລະກັນ ແລະ ເສີມສ້າງ​ກັນ​ຂຶ້ນ ເໝືອນດັ່ງ​ທີ່​ພວກເຈົ້າ​ກຳລັງ​ເຮັດ​ຢູ່.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຕັກເຕືອນ​ຜູ້​ທີ່​ຂີ້ຄ້ານ ແລະ ມັກ​ສ້າງ​ຄວາມວຸ້ນວາຍ, ໃຫ້​ໜູນໃຈ​ຜູ້​ທີ່​ທໍ້ໃຈ, ຊ່ວຍເຫລືອ​ຜູ້​ທີ່​ອ່ອນແອ, ອົດທົນ​ກັບ​ທຸກ​ຄົນ.


ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka