Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແລ້ວ​ເພິ່ນ​ກໍ​ກັບ​ຂຶ້ນ​ໄປ​ເທິງ​ເຮືອນ ຫັກ​ແລະ​ກິນ​ເຂົ້າຈີ່​ກັບ​ຄົນ​ທີ່ເຊື່ອ, ຫລັງຈາກ​ໂອ້ລົມ​ສົນທະນາ​ກັບ​ພວກເຂົາ​ເປັນ​ເວລາ​ຍືດຍາວ ຈົນເຖິງ​ຕາເວັນ​ຂຶ້ນ​ແລ້ວ ໂປໂລ​ກໍ​ຈາກ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 20:11
4 Jak'a apnaqawi uñst'ayäwi  

ພວກເຂົາ​ທັງຫລາຍ​ໄດ້​ອຸທິດ​ຕົວ​ເອງ​ໃນ​ຄຳສອນ​ຂອງ​ພວກ​ອັກຄະສາວົກ ແລະ ໃນ​ການ​ຮ່ວມ​ສາມັກຄີທຳ, ໃນ​ການ​ຫັກ​ເຂົ້າຈີ່ ແລະ ໃນ​ອະທິຖານ.


ຄົນ​ທັງຫລາຍ​ຈຶ່ງ​ພາ​ຊາຍໜຸ່ມ​ຄົນ​ທີ່​ຟື້ນ​ນັ້ນ​ກັບ​ເມືອ​ເຮືອນ ແລະ ຮູ້ສຶກ​ສະບາຍໃຈ​ຫລາຍ.


ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.


ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka