Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 20:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຫລັງຈາກ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ​ໂປໂລ ກໍ​ເອີ້ນ​ພວກ​ຄົນ​ທີ່​ເຊື່ອ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ຄຳ​ໜູນໃຈ​ແກ່​ພວກເຂົາ​ຫລາຍ​ປະການ ແລ້ວ​ເພິ່ນ​ກໍ​ອຳລາ​ພວກເຂົາ ແລະ​ເດີນທາງ​ໄປ​ແຂວງ​ມາເກໂດເນຍ.

Uka jalj uñjjattʼäta Copia luraña




ກິດຈະການ 20:1
20 Jak'a apnaqawi uñst'ayäwi  

ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ໂປໂລ​ໄດ້​ລົງ​ໄປ​ແລ້ວ​ກົ້ມ​ລົງ​ກອດ​ລາວ​ໄວ້ ແລະ ເວົ້າ​ວ່າ, “ບໍ່​ຕ້ອງ​ຕົກໃຈ ລາວ​ຍັງ​ມີ​ຊີວິດ​ຢູ່!”


ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,


ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.


ພວກເຂົາ​ທັງໝົດ​ຮ້ອງໄຫ້​ຂະນະ​ທີ່​ໂອບ​ກອດ ແລະ ຈູບ​ລາ​ໂປໂລ.


ຄື​ດ້ວຍ​ລິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ ໂດຍ​ທາງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ ເຮົາ​ຈຶ່ງ​ໄດ້​ປະກາດ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ​ຢ່າງ​ຄົບຖ້ວນ​ໃນ​ທຸກ​ບ່ອນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ​ໄປ​ທົ່ວ​ຈົນ​ມາ​ຮອດ​ອີລີຣິກົມ.


ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ. ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະຄຣິດເຈົ້າ ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ​ດ້ວຍ.


ພີ່ນ້ອງ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ຫລັງຈາກ​ເຮົາ​ຜ່ານ​ແຂວງ​ມາເກໂດເນຍ​ແລ້ວ ເຮົາ​ຈະ​ມາ​ຫາ​ພວກເຈົ້າ ເພາະ​ເຮົາ​ຈະ​ເດີນທາງ​ຜ່ານ​ໄປ​ທີ່​ມາເກໂດເນຍ.


ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.


ຈົ່ງ​ທັກທາຍ​ຄົນ​ຂອງ​ພຣະເຈົ້າ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ຕາມ​ທີ່​ເຮົາ​ໄດ້​ຂໍຮ້ອງ​ເຈົ້າ​ເມື່ອ​ເຮົາ​ໄປ​ຍັງ​ແຂວງ​ມາເກໂດເນຍ​ວ່າ, ໃຫ້​ເຈົ້າ​ຢູ່​ທີ່​ເອເຟໂຊ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ສັ່ງ​ບາງຄົນ​ບໍ່​ໃຫ້​ສອນ​ຫລັກຂໍ້ເຊື່ອ​ທີ່​ຜິດ​ອີກ​ຕໍ່ໄປ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka