Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຄື​ພາສາ​ປາເທຍ, ເມເດຍ ແລະ ເອລາມ ມາ​ຈາກ​ເມໂຊໂປຕາເມຍ, ຢູດາ, ກາປາໂດເກຍ ມາ​ຈາກ​ປົນໂຕ ແລະ ເອເຊຍ,

Uka jalj uñjjattʼäta Copia luraña




ກິດຈະການ 2:9
34 Jak'a apnaqawi uñst'ayäwi  

ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,


ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.


ສິ່ງ​ນີ້​ເປັນ​ອັນຕະລາຍ​ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ການ​ຄ້າ​ຂອງ​ພວກເຮົາ​ເສຍ​ຊື່​ສຽງ​ເທົ່ານັ້ນ, ແຕ່​ຍັງ​ຈະ​ເຮັດ​ໃຫ້​ວິຫານ​ຂອງ​ເທບທິດາ​ອາເຕມາ​ຜູ້​ຍິ່ງໃຫຍ່​ໝົດ​ຄວາມໝາຍ​ດ້ວຍ ແລະ ເທບທິດາ​ເອງ​ທີ່​ຄົນ​ທັງຫລາຍ​ຂາບໄຫວ້​ທົ່ວ​ແຂວງ​ເອເຊຍ ແລະ ທົ່ວ​ໂລກ ຈະ​ຖືກ​ປຸ້ນ​ເອົາ​ຄວາມຍິ່ງໃຫຍ່​ອັນ​ສັກສິດ​ຂອງ​ພະນາງ​ໄປ”.


ແມ່ນແຕ່​ເຈົ້າໜ້າທີ່​ບາງຄົນ​ຂອງ​ແຂວງ​ນັ້ນ ເຊິ່ງ​ເປັນ​ໝູ່​ຂອງ​ໂປໂລ​ກໍ​ສົ່ງ​ຂ່າວ​ມາ​ຂໍຮ້ອງ​ບໍ່​ໃຫ້​ເພິ່ນ​ເຂົ້າ​ໄປ​ໃນ​ໂຮງລະຄອນ​ນັ້ນ.


ແລ້ວ​ດ້ວຍເຫດໃດ ພວກເຮົາ​ແຕ່ລະຄົນ​ຈຶ່ງ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ທ້ອງຖິ່ນ​ຂອງ​ພວກເຮົາ?


ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.


ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.


ເມື່ອ​ໃກ້​ຄົບ​ເຈັດ​ວັນ ຊາວຢິວ​ບາງຄົນ​ທີ່​ມາ​ຈາກ​ແຂວງ​ເອເຊຍ​ເຫັນ​ໂປໂລ​ທີ່​ວິຫານ. ພວກເຂົາ​ຈຶ່ງ​ປຸກລະດົມ​ປະຊາຊົນ​ທັງໝົດ​ໃຫ້​ຈັບ​ໂປໂລ,


ເວລາ​ທີ່​ພວກເຂົາ​ພົບ​ຂ້າພະເຈົ້າ​ເຮັດ​ສິ່ງ​ນີ້​ຢູ່​ທີ່​ເດີ່ນ​ວິຫານ ຂ້າພະເຈົ້າ​ໄດ້​ຊຳລະ​ຕົວ​ໃຫ້​ສະອາດ​ຕາມ​ພິທີ​ແລ້ວ. ບໍ່​ມີ​ປະຊາຊົນ​ຢູ່​ກັບ​ຂ້າພະເຈົ້າ​ເລີຍ, ອີກ​ທັງ​ຂ້າພະເຈົ້າ​ບໍ່​ໄດ້​ກ່ຽວຂ້ອງ​ກັບ​ການ​ວຸ້ນວາຍ​ໃດ​ເລີຍ.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.


ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ຖືກ​ຕໍ່ຕ້ານ​ຈາກ​ສະມາຊິກ​ຂອງ​ທຳມະສາລາ​ຂອງ​ພວກ​ຢິວ​ແຫ່ງ​ອິດສະຫລະ (ຕາມ​ທີ່​ພວກເຂົາ​ເອີ້ນ​ກັນ) ຄື​ພວກ​ຢິວ​ຈາກ​ເມືອງ​ກີເຣເນ, ເມືອງ​ອາເລັກຊັນເດຍ ທັງ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ​ໄດ້​ເລີ່ມ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມທຸກລຳບາກ​ທີ່​ພວກເຮົາ​ໄດ້​ປະເຊີນ​ໃນ​ແຂວງ​ເອເຊຍ. ພວກເຮົາ​ຢູ່​ພາຍໃຕ້​ຄວາມກົດດັນ​ອັນ​ໃຫຍ່ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ພວກເຮົາ​ທີ່​ຈະ​ທົນ​ໄດ້, ຈົນ​ວ່າ​ພວກເຮົາ​ໝົດ​ຫວັງ​ທີ່​ຈະ​ເອົາ​ຊີວິດ​ໃຫ້​ພົ້ນ​ໄດ້.


ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka