Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ຂະນະ​ນັ້ນ ມີ​ຊາວຢິວ​ຜູ້​ຢຳເກງ​ພຣະເຈົ້າ​ຈາກ​ທຸກ​ຊາດ​ທົ່ວ​ໃຕ້​ສະຫວັນ​ມາ​ພັກອາໄສ​ຢູ່​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຂະນະ​ນັ້ນ ນະຄອນ​ເຢຣູຊາເລັມ​ມີ​ຊາວ​ຢິວ ຈາກ​ທຸກໆ​ປະເທດ​ໃນ​ໂລກ​ມາ​ພັກ​ອາໄສ​ຢູ່ ແລະ​ຊາວ​ຢິວ​ເຫຼົ່ານີ້​ເປັນ​ຄົນ​ຢຳເກງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 2:5
17 Jak'a apnaqawi uñst'ayäwi  

ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ດ້ວຍ​ວ່າ ໃນ​ວັນ​ຂອງ​ບຸດມະນຸດ​ຈະ​ມາ​ເໝືອນດັ່ງ​ສາຍ​ຟ້າແມບ​ທີ່​ສ່ອງແສງ​ສະຫວ່າງ​ຈາກ​ຂອບຟ້າ​ເບື້ອງໜຶ່ງ​ຈົນ​ເຖິງ​ຂອບຟ້າ​ອີກ​ເບື້ອງໜຶ່ງ.


ບັດນີ້ ມີ​ຊາຍ​ຄົນ​ໜຶ່ງ​ໃນ​ເຢຣູຊາເລັມ​ຊື່​ວ່າ​ຊີເມໂອນ, ເພິ່ນ​ເປັນ​ຄົນ​ຊອບທຳ ແລະ ຢຳເກງ​ພຣະເຈົ້າ. ເພິ່ນ​ກຳລັງ​ຄອຍຖ້າ​ເວລາ​ທີ່​ປະຊາຊົນ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ປອບໃຈ ແລະ ພຣະວິນຍານບໍລິສຸດເຈົ້າ​ກໍ​ຢູ່​ກັບ​ເພິ່ນ.


ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ພຽງ​ແຂກ​ທີ່​ມາ​ຢ້ຽມຢາມ​ເຢຣູຊາເລັມ​ຈຶ່ງ​ບໍ່​ຮູ້​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ບໍ?”


ດຽວນີ້​ມີ​ຊາວ​ກຣີກ​ບາງຄົນ​ໃນ​ບັນດາ​ຄົນ​ທັງຫລາຍ​ທີ່​ຂຶ້ນ​ໄປ​ເພື່ອ​ນະມັດສະການ​ໃນ​ເທດສະການ​ນັ້ນ.


ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.


ເມື່ອ​ເທວະດາ​ທີ່​ມາ​ບອກ​ເພິ່ນ​ໄດ້​ຈາກ​ໄປ​ແລ້ວ, ໂກເນລີໂອ​ຈຶ່ງ​ເອີ້ນ​ຜູ້ຮັບໃຊ້​ສອງ​ຄົນ ແລະ ທະຫານ​ຮັບໃຊ້​ຄົນ​ໜຶ່ງ​ທີ່​ຖື​ສາສະໜາ​ຢ່າງ​ເຄັ່ງຄັດ​ມາ​ພົບ​ເພິ່ນ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ.


“ມີ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ມາ​ຫາ​ຂ້າພະເຈົ້າ, ເພິ່ນ​ເປັນ​ຄົນ​ເຄັ່ງຄັດ​ໃນ​ກົດບັນຍັດ ແລະ ເປັນ​ທີ່​ນັບຖື​ຂອງ​ຊາວຢິວ​ທັງຫລາຍ​ທີ່​ນັ້ນ​ຫລາຍ.


ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.


ດັ່ງນັ້ນ ຟີລິບ​ຈຶ່ງ​ອອກ​ເດີນທາງ​ໄປ, ໃນ​ລະຫວ່າງ​ທາງ​ເພິ່ນ​ໄດ້​ພົບ​ຂັນທີ​ຊາວ​ເອທີໂອເປຍ​ຄົນ​ໜຶ່ງ, ເປັນ​ຂ້າລາຊະການ​ສຳຄັນ​ທີ່​ເບິ່ງແຍງ​ຄັງ​ຊັບ​ທັງໝົດ​ຂອງ​ກັນເດກາ, ຄື​ລາຊີນີ​ແຫ່ງ​ເອທີໂອເປຍ. ຂ້າລາຊະການ​ຜູ້​ນີ້​ໄດ້​ມາ​ນະມັດສະການ​ທີ່​ເຢຣູຊາເລັມ,


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka