Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”

Uka jalj uñjjattʼäta Copia luraña




ກິດຈະການ 2:40
34 Jak'a apnaqawi uñst'ayäwi  

ພວກ​ຊາດ​ງູ​ຮ້າຍ​ເອີຍ, ພວກເຈົ້າ​ຈະ​ເວົ້າ​ສິ່ງ​ດີ​ໄດ້​ຢ່າງໃດ​ເມື່ອ​ພວກເຈົ້າ​ເປັນ​ຄົນຊົ່ວ? ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.


ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ ແລະ ຊົ່ວຊ້າ​ເອີຍ, ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ຕ້ອງ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ​ຢູ່​ທີ່​ນີ້”.


“ພວກ​ງູຮ້າຍ! ພວກ​ງູ​ພິດ​ເອີຍ! ພວກເຈົ້າ​ຈະ​ຫລຸດພົ້ນ​ຈາກ​ການຕັດສິນ​ລົງໂທດ​ໃຫ້​ລົງ​ນະລົກ​ໄດ້​ຢ່າງໃດ?


ຖ້າ​ຜູ້ໃດ​ອັບອາຍ​ໃນ​ເລື່ອງ​ເຮົາ ແລະ ໃນ​ເລື່ອງ​ຖ້ອຍຄຳ​ຂອງ​ເຮົາ​ໃນ​ຍຸກ​ທີ່​ບາບ ແລະ ຫລິ້ນຊູ້, ບຸດມະນຸດ​ກໍ​ຈະ​ອັບອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າລາສີ​ຂອງ​ພຣະບິດາ ພ້ອມ​ກັບ​ບັນດາ​ເທວະດາ​ບໍລິສຸດ”.


ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ ແລະ ອະທິຖານ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ທີ່​ກຳລັງ​ຈະ​ເກີດຂຶ້ນ​ໄດ້, ເພື່ອ​ວ່າ​ພວກເຈົ້າ​ຈະ​ສາມາດ​ຢືນ​ຢູ່​ຕໍ່ໜ້າ​ບຸດມະນຸດ​ໄດ້”.


ພຣະເຢຊູເຈົ້າ​ໄດ້ເຮັດ​ສິ່ງ​ອື່ນໆ​ອີກ​ຫລາຍ​ຢ່າງ. ຖ້າ​ຈະ​ຂຽນ​ໄວ້​ທັງໝົດ ຂ້າພະເຈົ້າ​ຄິດ​ວ່າ​ທົ່ວ​ທັງ​ໂລກ​ນີ້​ຈະ​ບໍ່​ມີ​ບ່ອນ​ພໍ​ສຳລັບ​ໜັງສື​ຕ່າງໆ​ທີ່​ຈະ​ຂຽນ​ຂຶ້ນ​ນັ້ນ.


ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.


ຢູດາ​ກັບ​ຊີລາ​ເອງ​ທີ່​ເປັນ​ຜູ້ທຳນວາຍ, ພວກເພິ່ນ​ໄດ້​ເວົ້າ​ຫລາຍສິ່ງ​ຫລາຍຢ່າງ​ເພື່ອ​ໜູນໃຈ ແລະ ເສີມສ້າງ​ພວກ​ພີ່ນ້ອງ​ໃຫ້​ເຂັ້ມແຂງ.


ຫລັງ​ຈາກ​ນັ້ນ ໂປໂລ​ກໍ​ກັບ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນເທິງ​ອີກ ແລ້ວ​ຫັກ​ເຂົ້າຈີ່ ແລະ ກິນ. ຫລັງຈາກ​ໄດ້​ສົນທະນາ​ກັນ​ຕໍ່​ຈົນ​ເຖິງ​ຮຸ່ງເຊົ້າ, ເພິ່ນ​ຈຶ່ງ​ຈາກ​ໄປ.


ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ມີ​ຊາຍໜຸ່ມ​ຄົນ​ໜຶ່ງ​ຊື່​ຢູຕີໂຂ​ນັ່ງ​ຢູ່​ເທິງ​ຂອບ​ປ່ອງຢ້ຽມ, ຍິ່ງ​ໂປໂລ​ເວົ້າ​ດົນ​ລາວ​ກໍ​ຍິ່ງ​ເຫງົານອນ​ຫລາຍ​ຂຶ້ນ. ເມື່ອ​ລາວ​ນອນຫລັບສະໜິດ​ແລ້ວ​ລາວ​ຈຶ່ງ​ຕົກ​ຈາກ​ຊັ້ນ​ສາມ​ລົງ​ມາ​ຈົນ​ເຖິງ​ພື້ນດິນ ພໍ​ປະຄອງ​ຂຶ້ນ​ມາ​ກໍ​ພົບ​ວ່າ​ຕາຍ​ແລ້ວ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ດັ່ງນັ້ນ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ຈົ່ງ​ອອກມາ ແລະ ແຍກ​ອອກ​ຈາກ​ພວກເຂົາ. ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນມົນທິນ ແລ້ວ​ເຮົາ​ຈະ​ຮັບ​ພວກເຈົ້າ”.


ເຮົາ​ຂໍ​ປະກາດ​ແກ່​ຜູ້ຊາຍ​ທຸກຄົນ​ທີ່​ຍອມ​ຮັບ​ພິທີຕັດ​ອີກ​ວ່າ ລາວ​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.


ເຫດສະນັ້ນ, ເຮົາ​ຈຶ່ງ​ຂໍ​ບອກ​ສິ່ງ​ນີ້ ແລະ ຢືນຢັນ​ສິ່ງ​ນີ້​ໃນ​ນາມ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ ແຕ່​ນີ້​ຕໍ່ໄປ​ພວກເຈົ້າ​ຢ່າ​ດຳເນີນຊີວິດ​ເໝືອນດັ່ງ​ຄົນຕ່າງຊາດ​ອີກ, ຄື​ໃນ​ຄວາມຄິດ​ທີ່​ບໍ່ມີປະໂຫຍດ​ຂອງ​ພວກເຂົາ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ກາຍ​ເປັນ​ຜູ້​ບໍ່ມີຕຳໜິ ແລະ ບໍລິສຸດ, “ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ປາດສະຈາກ​ຄວາມຜິດ​ໃນ​ຍຸກ​ທີ່​ບິດເບືອນ ແລະ ຄົດໂກງ”. ແລ້ວ​ພວກເຈົ້າ​ຈະ​ສ່ອງສະຫວ່າງ​ທ່າມກາງ​ພວກເຂົາ​ເໝືອນດັ່ງ​ດວງດາວ​ໃນ​ທ້ອງຟ້າ


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ຈົ່ງ​ເອົາໃຈໃສ່​ເບິ່ງແຍງ​ຊີວິດ ແລະ ຄຳສອນ​ຂອງ​ເຈົ້າ​ຢ່າງ​ໃກ້ຊິດ. ຈົ່ງ​ບາກບັ່ນ​ໃນ​ສິ່ງ​ເຫລົ່ານີ້, ເພາະ​ຖ້າ​ເຮັດ​ເຊັ່ນ​ນັ້ນ​ແລ້ວ, ເຈົ້າ​ຈະ​ຊ່ວຍ​ທັງ​ຕົນເອງ ແລະ ຜູ້​ທີ່​ຟັງ​ເຈົ້າ​ໃຫ້​ພົ້ນ​ໄດ້.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka