Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.

Uka jalj uñjjattʼäta Copia luraña




ກິດຈະການ 2:23
39 Jak'a apnaqawi uñst'ayäwi  

ແລະ ຈະ​ມອບ​ພຣະອົງ​ໃຫ້​ກັບ​ຄົນຕ່າງຊາດ ພວກເຂົາ​ຈະ​ເຢາະເຢີ້ຍ​ພຣະອົງ, ຈະ​ຂ້ຽນຕີ​ພຣະອົງ ແລະ ຈະ​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ ແລ້ວ​ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ!”


ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ. ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ນັ້ນ​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ! ຖ້າ​ລາວ​ບໍ່​ໄດ້​ເກີດ​ມາ​ເລີຍ​ກໍ​ຈະ​ດີ​ຕໍ່​ລາວ​ຫລາຍ​ກວ່າ”.


ເມື່ອ​ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ແລ້ວ, ພວກເຂົາ​ກໍ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ໄວ້. ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ​ເພື່ອ​ເບິ່ງ​ວ່າ​ແຕ່ລະຄົນ​ຈະ​ໄດ້​ອັນໃດ.


ບຸດມະນຸດ​ຈະ​ເປັນ​ໄປ​ຕາມ​ທີ່​ໄດ້​ກຳນົດ​ໄວ້ ແຕ່​ວິບັດ​ຈະ​ມີ​ແກ່​ຜູ້​ທີ່​ທໍລະຍົດ​ຕໍ່​ບຸດມະນຸດ”.


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: ‘ແລະ ທ່ານ​ຖືກ​ນັບ​ເຂົ້າ​ເປັນ​ພວກ​ດຽວ​ກັນ​ກັບ​ຄົນ​ລ່ວງລະເມີດ’ ແລະ ເຮົາ​ບອກ​ພວກເຈົ້າ​ວ່າ​ຂໍ້ຄວາມ​ນີ້​ຈະ​ຕ້ອງ​ສຳເລັດ​ໃນ​ເຮົາ. ແມ່ນ​ແລ້ວ, ສິ່ງ​ທີ່​ຂຽນ​ໄວ້​ກ່ຽວກັບ​ເຮົາ​ກຳລັງ​ຈະ​ສຳເລັດ”.


ເມື່ອ​ມາ​ເຖິງ​ບ່ອນ​ທີ່​ເອີ້ນ​ວ່າ​ກະໂຫລກຫົວ, ພວກເຂົາ​ກໍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ໂຈນ​ສອງ​ຄົນ​ຄື, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ, ຄົນ​ໜຶ່ງ​ອີກ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.


ພວກ​ຫົວໜ້າ​ປະໂລຫິດ ແລະ ພວກຜູ້ປົກຄອງ​ຂອງ​ພວກເຮົາ​ໄດ້​ມອບ​ພຣະອົງ​ໄວ້​ໃຫ້​ຮັບ​ໂທດ​ເຖິງ​ຕາຍ, ພວກເຂົາ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ໃນ​ທີ່​ນັ້ນ ພວກເຂົາ​ໄດ້​ຄຶງ​ພຣະອົງ​ໄວ້​ເທິງ​ໄມ້ກາງແຂນ​ກັບ​ຊາຍ​ສອງ​ຄົນ ເຊິ່ງ​ຢູ່​ຄົນ​ລະ​ຂ້າງ ແລະ ພຣະເຢຊູເຈົ້າ​ຢູ່​ທາງກາງ.


ພວກເຂົາ​ເວົ້າ​ກັນ​ວ່າ, “ຢ່າ​ຈີກ​ເສື້ອ​ຜືນ​ນີ້​ເລີຍ ໃຫ້​ພວກເຮົາ​ຈັບສະຫລາກ​ກັນ​ວ່າ​ແມ່ນ​ຜູ້ໃດ​ຈະ​ໄດ້​ເສື້ອ​ຜືນ​ນີ້”. ສິ່ງ​ນີ້​ໄດ້​ເກີດຂຶ້ນ​ກໍ​ເພື່ອ​ຈະ​ໃຫ້​ສຳເລັດ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ຂ້ານ້ອຍ​ມາ​ແບ່ງ​ປັນ​ກັນ ແລະ ເອົາ​ເສື້ອຜ້າ​ຂອງ​ຂ້ານ້ອຍ​ມາ​ຈັບສະຫລາກ”. ພວກທະຫານ​ໄດ້​ເຮັດ​ຢ່າງ​ນີ້​ແຫລະ.


ຊາວ​ເຢຣູຊາເລັມ ແລະ ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ບໍ່​ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຄື​ຜູ້ໃດ, ແຕ່​ໃນ​ການ​ຕັດສິນ​ລົງໂທດ​ພຣະອົງ​ນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ທີ່​ພວກເຂົາ​ໄດ້​ອ່ານ​ຢູ່​ທຸກ​ວັນຊະບາໂຕ.


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.


ມະຫາປະໂລຫິດ​ກ່າວ​ວ່າ, “ພວກເຮົາ​ສັ່ງຫ້າມ​ເດັດຂາດ​ບໍ່​ໃຫ້​ພວກເຈົ້າ​ສັ່ງສອນ​ໃນ​ນາມ​ຊື່​ນີ້, ແຕ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຄຳສັ່ງສອນ​ນັ້ນ​ແຜ່​ອອກໄປ​ທົ່ວ​ເຢຣູຊາເລັມ ແລະ ຕັ້ງໃຈ​ເຮັດ​ໃຫ້​ພວກເຮົາ​ມີ​ຄວາມຜິດ​ຍ້ອນ​ຄວາມຕາຍ​ຂອງ​ຊາຍ​ຜູ້​ນີ້”.


ພຣະເຢຊູເຈົ້າ​ທີ່​ພວກທ່ານ​ທັງຫລາຍ​ໄດ້​ຂ້າ​ໂດຍ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ແລ້ວ.


ມີ​ຜູ້ທຳນວາຍ​ຄົນໃດ​ແດ່​ທີ່​ບໍ່​ໄດ້​ຖືກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຂົ່ມເຫັງ? ພວກເຂົາ​ຂ້າ​ແມ່ນ​ແຕ່​ບັນດາ​ຜູ້​ທີ່​ທຳນວາຍ​ເຖິງ​ການ​ມາ​ຂອງ​ອົງ​ຜູ້ຊອບທຳ. ແລະ ບັດນີ້ ພວກເຈົ້າ​ກໍ​ຍັງ​ທໍລະຍົດ ແລະ ຂ້າ​ພຣະອົງ.


ຄົນບາບ​ທຸກ​ຄົນ​ທີ່​ບໍ່ມີກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຕ້ອງ​ຈິບຫາຍ​ໄປ​ໂດຍ​ບໍ່​ຕ້ອງ​ອ້າງເຖິງ​ກົດບັນຍັດ, ແຕ່​ຄົນບາບ​ທຸກຄົນ​ທີ່​ຢູ່​ພາຍໃຕ້​ກົດບັນຍັດ ແລະ ໄດ້​ເຮັດ​ບາບ​ຈະ​ຖືກ​ຕັດສິນ​ຕາມ​ກົດບັນຍັດ​ນັ້ນ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ: “ເຮົາ​ໄດ້​ໃຫ້​ເຈົ້າ​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ”. ເພິ່ນ​ເປັນ​ບິດາ​ຂອງ​ເຮົາ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຜູ້​ທີ່​ເພິ່ນ​ເຊື່ອ ຄື​ພຣະເຈົ້າ​ຜູ້​ໃຫ້​ຊີວິດ​ແກ່​ຄົນ​ທີ່​ຕາຍ​ແລ້ວ ແລະ ເອີ້ນ​ສິ່ງ​ທີ່​ບໍ່​ມີ​ໃຫ້​ມີ​ຂຶ້ນ​ມາ.


ພວກເຂົາ​ໄດ້​ຂ້າ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ບັນດາ​ຜູ້ທຳນວາຍ ແລະ ໄດ້​ຂັບໄລ່​ພວກເຮົາ​ໃຫ້​ອອກໄປ. ພວກເຂົາ​ເຮັດ​ໃຫ້​ພຣະເຈົ້າ​ບໍ່​ພໍໃຈ ແລະ ເປັນ​ສັດຕູ​ຕໍ່​ທຸກຄົນ


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.


ແລະ, “ເປັນ​ຫີນ​ທີ່​ເຮັດ​ໃຫ້​ຄົນ​ທັງຫລາຍ​ສະດຸດ ແລະ ເປັນ​ຫີນ​ທີ່​ເຮັດ​ໃຫ້​ພວກເຂົາ​ລົ້ມ​ລົງ”. ພວກເຂົາ​ສະດຸດ​ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ຖ້ອຍຄຳ​ນັ້ນ ເຊິ່ງ​ກໍ​ເປັນ​ໄປ​ຕາມ​ທີ່​ພວກເຂົາ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ​ເໝືອນກັນ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ບັນດາ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຈະ​ຂາບໄຫວ້​ສັດຮ້າຍ​ນັ້ນ ຄື​ທຸກຄົນ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ, ລູກແກະ​ຂອງ​ພຣະເຈົ້າ​ຜູ້​ຖືກ​ຂ້າ​ຕາຍ​ຕັ້ງ​ແຕ່​ການ​ສ້າງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka