Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:22 - ພຣະຄຳພີລາວສະບັບສະໄໝໃໝ່

22 “ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 “ຊາວ​ອິດສະຣາເອນ​ທັງຫລາຍ​ເອີຍ, ຈົ່ງ​ຟັງ​ຖ້ອຍຄຳ​ເຫຼົ່ານີ້ ພຣະເຢຊູເຈົ້າ​ໄທ​ນາຊາເຣັດ ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ ດ້ວຍ​ການ​ອັດສະຈັນ, ດ້ວຍ​ການ​ອິດທິຣິດ ແລະ​ດ້ວຍ​ໝາຍສຳຄັນ​ຕ່າງໆ ຊຶ່ງ​ພຣະເຈົ້າ​ໄດ້​ກະທຳ​ດ້ວຍ​ພຣະອົງ, ພວກທ່ານ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ. ດ້ວຍວ່າ, ເຫດການ​ໄດ້​ເກີດຂຶ້ນ​ຢູ່​ໃນ​ທ່າມກາງ​ພວກທ່ານ.

Uka jalj uñjjattʼäta Copia luraña




ກິດຈະການ 2:22
42 Jak'a apnaqawi uñst'ayäwi  

ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ, ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.


ແລະ ໄປ​ອາໄສ​ຢູ່​ທີ່​ເມືອງ​ໜຶ່ງ​ຊື່​ວ່າ​ນາຊາເຣັດ. ດັ່ງນັ້ນ ຈຶ່ງ​ສຳເລັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ວ່າ, “ທ່ານ​ຈະ​ຖືກ​ເອີ້ນ​ວ່າ: ໄທນາຊາເຣັດ”.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ແຕ່​ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ນິ້ວມື​ຂອງ​ພຣະເຈົ້າ, ດັ່ງນັ້ນ ອານາຈັກ​ຂອງ​ພຣະເຈົ້າ​ກໍ​ມາ​ເຖິງ​ພວກເຈົ້າ​ແລ້ວ.


ພວກເຂົາ​ຈຶ່ງ​ບອກ​ລາວ​ວ່າ, “ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ກຳລັງ​ຍ່າງ​ຜ່ານ​ມາ”.


ແລ້ວ​ຄົນ​ໜຶ່ງ​ຊື່​ກະໂລປາ​ໄດ້​ຖາມ​ພຣະອົງ​ວ່າ, “ທ່ານ​ເປັນ​ພຽງ​ແຂກ​ທີ່​ມາ​ຢ້ຽມຢາມ​ເຢຣູຊາເລັມ​ຈຶ່ງ​ບໍ່​ຮູ້​ເຫດການ​ຕ່າງໆ​ທີ່​ເກີດຂຶ້ນ​ລະຫວ່າງ​ວັນ​ເຫລົ່ານັ້ນ​ບໍ?”


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ພາລະກິດ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ເຮັດ​ກໍ​ຢ່າ​ເຊື່ອ​ເຮົາ​ເລີຍ.


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ຝ່າຍ​ຄົນ​ທັງປວງ​ທີ່​ຢູ່​ກັບ​ພຣະອົງ​ເມື່ອ​ພຣະອົງ​ເອີ້ນ​ລາຊາໂຣ​ອອກຈາກ​ອຸບມຸງ​ຝັງສົບ ແລະ ເຮັດ​ໃຫ້​ລາວ​ເປັນຄືນມາຈາກຕາຍ​ນັ້ນ​ກໍ​ພາກັນ​ສືບຕໍ່​ເຜີຍແຜ່​ຂ່າວ​ອອກໄປ.


ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.


ປີລາດ​ໄດ້​ສັ່ງ​ໃຫ້​ຂຽນ​ປ້າຍ​ຕິດ​ໃສ່​ເທິງ​ໄມ້ກາງແຂນ​ວ່າ, ເຢຊູ​ຊາວ​ນາຊາເຣັດ ກະສັດ​ຂອງ​ຊາວຢິວ.


ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.


ພຣະເຢຊູເຈົ້າ​ກ່າວ​ກັບ​ລາວ​ວ່າ, “ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ເຫັນ​ການ​ອັດສະຈັນ ແລະ ໝາຍສຳຄັນ ພວກເຈົ້າ​ກໍ​ຈະ​ບໍ່​ເຊື່ອ”.


“ເຮົາ​ມີ​ຄຳພະຍານ​ທີ່​ສຳຄັນ​ກວ່າ​ຄຳພະຍານ​ຂອງ​ໂຢຮັນ​ອີກ ເພາະ​ງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບໝາຍ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ຄື​ທຸກ​ງານ​ທີ່​ເຮົາ​ກຳລັງ​ເຮັດ​ຢູ່​ນີ້​ແຫລະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ຫລັງຈາກ​ທີ່​ປະຊາຊົນ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະເຢຊູເຈົ້າ​ໄດ້​ສະແດງ​ແລ້ວ, ພວກເຂົາ​ກໍ​ເລີ່ມ​ເວົ້າ​ວ່າ, “ແນ່ນອນ​ຜູ້​ນີ້​ຕ້ອງ​ແມ່ນ​ຜູ້ທຳນວາຍ​ທີ່​ກຳນົດ​ວ່າ​ຈະ​ເຂົ້າ​ມາ​ໃນ​ໂລກ”.


ຢ່າ​ສະແຫວງຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ສະແຫວງຫາ​ອາຫານ​ທີ່​ຕັ້ງໝັ້ນຄົງ​ຢູ່​ເຖິງ​ຊີວິດ​ນິລັນດອນ ເຊິ່ງ​ບຸດມະນຸດ​ຈະ​ໃຫ້​ແກ່​ພວກເຈົ້າ. ເພາະ​ແມ່ນ​ພຣະອົງ​ນີ້​ແຫລະ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ຮັບຮອງ​ພຣະອົງ​ໄວ້​ແລ້ວ”.


ແຕ່​ປະຊາຊົນ​ຫລາຍ​ຄົນ​ກໍ​ຍັງ​ເຊື່ອ​ໃນ​ພຣະອົງ​ຢູ່. ພວກເຂົາ​ເວົ້າ​ວ່າ, “ເມື່ອ​ພຣະຄຣິດເຈົ້າ​ມາ, ພຣະອົງ​ຈະ​ສະແດງ​ໝາຍສຳຄັນ​ຫລວງຫລາຍ​ກວ່າ​ຜູ້​ນີ້​ບໍ?”


ຖ້າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ມາ​ຈາກ​ພຣະເຈົ້າ​ແລ້ວ​ເພິ່ນ​ກໍ​ບໍ່​ສາມາດ​ເຮັດ​ສິ່ງໃດ​ໄດ້”.


ໂປໂລ​ຢືນ​ຂຶ້ນ, ໃຊ້​ມື​ຂອງ​ຕົນ​ເຮັດ​ເປັນ​ສັນຍານ ແລະ ເວົ້າ​ວ່າ: “ພີ່ນ້ອງ​ອິດສະຣາເອນ ແລະ ພວກເຈົ້າ​ຊາວຕ່າງຊາດ​ຜູ້​ນະມັດສະການ​ພຣະເຈົ້າ, ເຊີນ​ຟັງ​ຂ້າພະເຈົ້າ!


ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.


ເຮົາ​ຈະ​ສະແດງ​ການ​ອັດສະຈັນ​ໃນ​ຟ້າສະຫວັນ​ເບື້ອງເທິງ ແລະ ໝາຍສຳຄັນ​ທີ່​ແຜ່ນດິນໂລກ​ເບື້ອງລຸ່ມ, ຈະ​ມີ​ເລືອດ​ກັບ​ໄຟ ແລະ ມີ​ອາຍຄວັນ.


ທຸກຄົນ​ຕ່າງ​ກໍ​ຢ້ານ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ທີ່​ພວກ​ອັກຄະສາວົກ​ໄດ້​ເຮັດ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.


“ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ກະສັດ​ເອງ​ກໍ​ຮູ້​ເລື່ອງ​ເຫລົ່ານີ້​ດີ ແລະ ຂ້ານ້ອຍ​ສາມາດ​ຕອບ​ໄດ້​ຢ່າງ​ເປີດເຜີຍ. ຂ້ານ້ອຍ​ເຊື່ອ​ວ່າ​ບໍ່ມີ​ຈັກ​ສິ່ງ​ທີ່​ພົ້ນ​ຈາກ​ສາຍຕາ​ຂອງ​ກະສັດ, ເພາະ​ສິ່ງ​ເຫລົ່ານີ້​ບໍ່ໄດ້​ເກີດຂຶ້ນ​ໃນ​ບ່ອນ​ລັບລີ້.


“ຂ້ານ້ອຍ​ເອງ​ກໍ​ເຄີຍ​ເຊື່ອ​ວ່າ ຈະ​ຕ້ອງ​ເຮັດ​ທຸກ​ວິທີ​ເທົ່າ​ທີ່​ເປັນໄປໄດ້​ເພື່ອ​ຕໍ່ຕ້ານ​ນາມ​ຂອງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ.


ເມື່ອ​ເປໂຕ​ເຫັນ​ຢ່າງ​ນີ້, ເພິ່ນ​ຈຶ່ງ​ກ່າວ​ຕໍ່​ພວກເຂົາ​ວ່າ: “ພີ່ນ້ອງ​ຊາວ​ອິດສະຣາເອນ, ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ເຮັດ​ໃຫ້​ພວກທ່ານ​ປະຫລາດໃຈ? ເປັນ​ຫຍັງ​ຈຶ່ງ​ຈ້ອງຕາ​ເບິ່ງ​ຄື​ກັບ​ວ່າ​ພວກເຮົາ​ເຮັດ​ໃຫ້​ຄົນ​ນີ້​ຍ່າງ​ໄດ້​ດ້ວຍ​ລິດອຳນາດ ຫລື ຄວາມຊອບທຳ​ຂອງ​ພວກເຮົາ​ເອງ?


ເປໂຕ​ຈຶ່ງ​ເວົ້າ​ວ່າ, “ເງິນ ຫລື ຄຳ​ເຮົາ​ບໍ່​ມີ, ແຕ່​ສິ່ງ​ທີ່​ເຮົາ​ມີ​ນັ້ນ​ເຮົາ​ຈະ​ໃຫ້​ແກ່​ເຈົ້າ. ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ, ຈົ່ງ​ຍ່າງ​ໄປ”.


ກໍ​ຂໍ​ໃຫ້​ພວກທ່ານ ແລະ ປະຊາຊົນ​ອິດສະຣາເອນ​ທັງໝົດ​ໄດ້​ຮູ້​ວ່າ: ສິ່ງ​ນີ້​ເປັນ​ໄປ​ໂດຍ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ຊາວ​ນາຊາເຣັດ ທີ່​ພວກທ່ານ​ທັງຫລາຍ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ​ແລ້ວ, ໂດຍ​ນາມ​ຂອງ​ພຣະອົງ​ນັ້ນ​ເອງ ຊາຍ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພວກທ່ານ​ນີ້​ຈຶ່ງ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ.


ຫລັງຈາກນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ສະພາ​ແຊນເຮດຣິນ​ວ່າ: “ປະຊາຊົນ​ອິດສະຣາເອນ, ຈົ່ງ​ພິຈາລະນາ​ຢ່າງ​ລະມັດລະວັງ​ເຖິງ​ສິ່ງ​ທີ່​ພວກເຈົ້າ​ຕັ້ງໃຈ​ຈະ​ເຮັດ​ກັບ​ຄົນ​ເຫລົ່ານີ້​ໃຫ້​ດີ.


ເພາະ​ພວກເຮົາ​ໄດ້​ຍິນ​ລາວ​ເວົ້າ​ວ່າ​ເຢຊູ​ແຫ່ງ​ນາຊາເຣັດ​ຈະ​ທຳລາຍ​ສະຖານທີ່​ນີ້ ແລະ ປ່ຽນ​ທຳນຽມ​ທີ່​ໂມເຊ​ໄດ້​ໃຫ້​ໄວ້​ກັບ​ພວກເຮົາ”.


ເຮົາ​ໄດ້​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ບົ່ງບອກ​ເຖິງ​ເຄື່ອງໝາຍ​ຂອງ​ຄວາມ​ເປັນ​ອັກຄະສາວົກ​ທີ່​ແທ້ຈິງ​ໃນ​ທ່າມກາງ​ພວກເຈົ້າ, ໃນ​ການ​ລວມ​ເອົາ​ບັນດາ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ.


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka