Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ແລະ ທຸກຄົນ​ທີ່​ຮ້ອງ​ອອກ​ນາມ​ຂອງ ອົງພຣະຜູ້ເປັນເຈົ້າ​ກໍ​ຈະ​ໄດ້​ຮັບ ຄວາມພົ້ນ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ແລ້ວ​ກໍ​ຈະ​ເປັນ​ດັ່ງນີ້ ຄື​ບຸກຄົນ​ໃດ ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຈະໄດ້​ລອດພົ້ນ.”’

Uka jalj uñjjattʼäta Copia luraña




ກິດຈະການ 2:21
10 Jak'a apnaqawi uñst'ayäwi  

ເຫດສະນັ້ນ ຈົ່ງ​ໄປ ແລະ ເຮັດ​ໃຫ້​ຄົນ​ທຸກ​ຊາດ​ເປັນ​ລູກສິດ, ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ນາມ​ແຫ່ງ​ພຣະບິດາ ພຣະບຸດ ແລະ ພຣະວິນຍານບໍລິສຸດເຈົ້າ,


ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມມືດ ແລະ ດວງເດືອນ​ຈະ​ກາຍເປັນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເຖິງ.


ແລະ ບັດນີ້ ເຈົ້າ​ຊັກຊ້າ​ຢູ່​ເຮັດຫຍັງ? ຈົ່ງ​ລຸກຂຶ້ນ​ຮັບ​ບັບຕິສະມາ ແລະ ຊຳລະ​ລ້າງ​ບາບ​ທັງຫລາຍ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ’.


ອົງພຣະຜູ້ເປັນເຈົ້າ​ບອກ​ລາວ​ວ່າ, “ຈົ່ງ​ໄປ​ທີ່​ເຮືອນ​ຂອງ​ຢູດາ​ທີ່​ຢູ່​ເທິງ​ຖະໜົນ​ຊື່ ແລະ ໃຫ້​ຖາມ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ​ຜູ້​ທີ່​ມາ​ຈາກ​ເມືອງ​ຕາໂຊ, ເພາະ​ລາວ​ກຳລັງ​ອະທິຖານ​ຢູ່,


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ດັ່ງນັ້ນ ຂໍ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ບັນລັງ​ແຫ່ງ​ພຣະຄຸນ​ດ້ວຍ​ຄວາມໝັ້ນໃຈ, ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ຮັບ​ຄວາມ​ເມດຕາ ແລະ ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ພວກເຮົາ​ເມື່ອ​ເຖິງ​ເວລາ​ທີ່​ຕ້ອງການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka