Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:17 - ພຣະຄຳພີລາວສະບັບສະໄໝໃໝ່

17 “‘ພຣະເຈົ້າ​ກ່າວ​ວ່າ, ໃນ​ວັນ​ສຸດທ້າຍ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ​ເທິງ​ທຸກ​ຄົນ. ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ, ພວກຊາຍໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ, ພວກ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ‘ພຣະເຈົ້າ​ຊົງ​ກ່າວ​ວ່າ, ໃນ​ຍຸກ​ສຸດທ້າຍ​ນັ້ນ ເຮົາ​ຈະ​ຖອກ​ເທ​ພຣະວິນຍານ​ຂອງເຮົາ​ລົງ​ໃສ່​ມະນຸດ​ທັງປວງ. ລູກຊາຍ ແລະ ລູກ​ຍິງ​ຂອງ​ພວກເຈົ້າ ຈະ​ທຳນວາຍ ຊາຍ​ໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ ນິມິດ ແລະ​ພວກ​ຊາຍເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.

Uka jalj uñjjattʼäta Copia luraña




ກິດຈະການ 2:17
38 Jak'a apnaqawi uñst'ayäwi  

ແລະ ມະນຸດ​ທຸກຄົນ​ຈະ​ໄດ້​ເຫັນ​ຄວາມພົ້ນ​ຂອງ​ພຣະເຈົ້າ’”.


ເພາະ​ພຣະອົງ​ໃຫ້​ພຣະບຸດ​ມີ​ສິດອຳນາດ​ເໜືອ​ຄົນ​ທັງປວງ ເພື່ອ​ພຣະບຸດ​ຈະ​ໄດ້​ໃຫ້​ຊີວິດ​ນິລັນດອນ​ແກ່​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້ມອບ​ໃຫ້​ແກ່​ພຣະບຸດ​ນັ້ນ.


ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.


ບັນດາ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ ຄື​ຄົນ​ທີ່​ມາ​ກັບ​ເປໂຕ​ກໍ​ປະຫລາດໃຈ​ທີ່​ພຣະເຈົ້າ​ເທ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ​ລົງ​ມາ​ໃຫ້​ຄົນຕ່າງຊາດ​ເໝືອນກັນ.


ໃນ​ເວລາ​ນັ້ນ ມີ​ຜູ້ທຳນວາຍ​ບາງຄົນ​ລົງ​ຈາກ​ເຢຣູຊາເລັມ​ມາ​ທີ່​ເມືອງ​ອັນຕີໂອເຂຍ.


ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ຊື່​ອາຄະໂບ, ໄດ້​ຢືນ​ຂຶ້ນ ແລະ ໄດ້​ທຳນວາຍ​ຜ່ານທາງ​ພຣະວິນຍານ​ວ່າ​ຈະ​ເກີດ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ຂຶ້ນ​ທົ່ວ​ຈັກກະພົບ​ໂຣມ. (ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ກະລາວດີໂອ.)


ບໍ່​ແມ່ນ, ເຫດການ​ນີ້​ແມ່ນ​ໄດ້​ເປັນ​ໄປ​ຕາມ​ທີ່​ຜູ້ທຳນວາຍ​ໂຢເອນ​ໄດ້​ກ່າວ​ໄວ້​ວ່າ:


ເມື່ອ​ເຖິງ​ເວລາ​ນັ້ນ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ ລົງ​ມາ​ເທິງ​ຜູ້ຮັບໃຊ້​ຂອງ​ເຮົາ​ທັງ​ຊາຍ ແລະ ຍິງ ແລະ ພວກເຂົາ​ຈະ​ທຳນວາຍ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ຟີລິບ​ມີ​ລູກສາວ​ສີ່​ຄົນ​ຍັງ​ບໍ່​ໄດ້​ແຕ່ງງານ ແລະ ຕ່າງ​ກໍ​ເປັນ​ຜູ້​ທີ່​ທຳນວາຍ.


ແລະ ຄວາມຫວັງ​ບໍ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ອັບອາຍ ເພາະວ່າ​ພຣະເຈົ້າ​ໄດ້​ຖອກເທ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ​ຜູ້​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຮົາ​ແລ້ວ.


ໃຫ້​ຄົນ​ໜຶ່ງ​ໄດ້​ຮັບ​ລິດອຳນາດ​ອັນ​ອັດສະຈັນ, ໃຫ້​ຄົນ​ໜຶ່ງ​ທຳນວາຍ​ໄດ້, ໃຫ້​ຄົນ​ໜຶ່ງ​ຈຳແນກ​ລະຫວ່າງ​ວິນຍານ​ຕ່າງໆ​ໄດ້, ໃຫ້​ຄົນ​ໜຶ່ງ​ສາມາດ​ເວົ້າ​ພາສາ​ແປກໆ ແລະ ໃຫ້​ຄົນ​ໜຶ່ງ​ແປ​ພາສາ​ແປກໆ​ໄດ້.


ແລະ ໃນ​ຄຣິສຕະຈັກ ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ອັກຄະສາວົກ​ເປັນ​ອັນດັບ​ທຳອິດ, ອັນດັບ​ທີ​ສອງ​ຄື​ຜູ້ທຳນວາຍ, ອັນດັບ​ທີ​ສາມ​ຄື​ອາຈານ, ຈາກ​ນັ້ນ​ກໍ​ຄື​ຜູ້​ເຮັດ​ການ​ອັດສະຈັນ​ຕ່າງໆ, ຜູ້​ມີ​ຂອງປະທານ​ໃນ​ການ​ປິ່ນປົວພະຍາດ, ຜູ້​ສາມາດ​ຊ່ວຍເຫລືອ​ຜູ້​ອື່ນ, ຜູ້​ມີ​ຂອງປະທານ​ໃນ​ການບໍລິຫານ​ງານ ແລະ ຜູ້​ເວົ້າ​ພາສາ​ແປກໆ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້​ພຣະອົງ​ໄດ້​ກ່າວ​ກັບ​ພວກເຮົາ​ທັງຫລາຍ​ໂດຍ​ພຣະບຸດ​ຂອງ​ພຣະອົງ, ຜູ້​ທີ່​ພຣະອົງ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ຮັບມໍລະດົກ​ທຸກ​ສິ່ງ ແລະ ໄດ້​ສ້າງ​ຈັກກະວານ​ໂດຍ​ພຣະບຸດ​ນີ້.


ຄຳ ແລະ ເງິນ​ຂອງ​ພວກເຈົ້າ​ກໍ​ເປັນ​ຂີ້ໝ້ຽງ. ຂີ້ໝ້ຽງ​ນັ້ນ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ ແລະ ກັດກິນ​ເນື້ອໜັງ​ຂອງ​ພວກເຈົ້າ​ເໝືອນດັ່ງ​ໄຟ. ພວກເຈົ້າ​ໄດ້​ສະສົມ​ຊັບສົມບັດ​ໄວ້​ໃນ​ວັນ​ສຸດທ້າຍ


ເໜືອ​ສິ່ງ​ໃດ​ທັງໝົດ, ພວກເຈົ້າ​ຕ້ອງ​ເຂົ້າໃຈ​ວ່າ​ໃນ​ຍຸກສຸດທ້າຍ​ຜູ້​ມັກ​ເຢາະເຢີ້ຍ​ຈະ​ມາ​ເຢາະເຢີ້ຍ ແລະ ເຮັດ​ຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka