Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ແລ້ວ​ເປໂຕ​ຈຶ່ງ​ໄດ້​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະສາວົກ​ສິບເອັດ​ຄົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ​ດ້ວຍ​ສຽງ​ດັງ​ວ່າ, “ພີ່ນ້ອງ​ຊາວ​ຢິວ ແລະ ທ່ານ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຊີ້ແຈງ​ເລື່ອງ​ນີ້​ແກ່​ພວກທ່ານ​ທັງຫລາຍ ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແລ້ວ​ເປໂຕ​ພ້ອມ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ ກໍໄດ້​ຢືນ​ຂຶ້ນ ແລະ​ເພິ່ນ​ເລີ່ມ​ກ່າວ​ດ້ວຍ​ສຽງດັງ​ແກ່​ປະຊາຊົນ​ວ່າ, “ຊາວ​ຢິວ​ທັງຫລາຍ​ພ້ອມ​ກັບ​ທຸກໆ​ຄົນ ທີ່​ມາ​ພັກ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ເຂົ້າໃຈ​ເລື່ອງ​ນີ້ ແລະ​ໂຜດ​ຟັງ​ຂ້າພະເຈົ້າ​ກ່າວ​ໃຫ້​ດີ.

Uka jalj uñjjattʼäta Copia luraña




ກິດຈະການ 2:14
18 Jak'a apnaqawi uñst'ayäwi  

ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ


ແລ້ວ​ພວກເພິ່ນ​ກໍ​ໄດ້​ຈັບ​ສະຫລາກ ແລະ ສະຫລາກ​ນີ້​ໄດ້​ຕົກ​ຖືກ​ມັດເທຍ, ດັ່ງນັ້ນ ລາວ​ຈຶ່ງ​ຖືກ​ຮວມ​ເຂົ້າ​ກັບ​ພວກ​ອັກຄະສາວົກ​ສິບເອັດ​ຄົນ.


ໂປໂລ​ຢືນ​ຂຶ້ນ, ໃຊ້​ມື​ຂອງ​ຕົນ​ເຮັດ​ເປັນ​ສັນຍານ ແລະ ເວົ້າ​ວ່າ: “ພີ່ນ້ອງ​ອິດສະຣາເອນ ແລະ ພວກເຈົ້າ​ຊາວຕ່າງຊາດ​ຜູ້​ນະມັດສະການ​ພຣະເຈົ້າ, ເຊີນ​ຟັງ​ຂ້າພະເຈົ້າ!


“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ປະຊາຊົນ​ອິດສະຣາເອນ, ຊ່ວຍ​ພວກເຮົາ​ແດ່! ຄົນ​ນີ້​ແຫລະ​ທີ່​ເປັນ​ຜູ້​ສັ່ງສອນ​ຄົນ​ທັງຫລາຍ​ໃນ​ທຸກບ່ອນ​ໃຫ້​ຕໍ່ຕ້ານ​ຊົນຊາດ​ຂອງ​ພວກເຮົາ, ໃຫ້​ຕໍ່ຕ້ານ​ກົດບັນຍັດ​ຂອງ​ເຮົາ ແລະ ສະຖານທີ່​ແຫ່ງ​ນີ້. ຫລາຍ​ກວ່າ​ນັ້ນ​ອີກ ລາວ​ໄດ້​ພາ​ຄົນກຣີກ​ເຂົ້າ​ມາ​ໃນ​ບໍລິເວນ​ວິຫານ ແລະ ເຮັດ​ໃຫ້​ສະຖານທີ່​ສັກສິດ​ນີ້​ເປັນ​ມົນທິນ”.


ຫລັງຈາກນັ້ນ ເພິ່ນ​ຈຶ່ງ​ກ່າວ​ແກ່​ສະພາ​ແຊນເຮດຣິນ​ວ່າ: “ປະຊາຊົນ​ອິດສະຣາເອນ, ຈົ່ງ​ພິຈາລະນາ​ຢ່າງ​ລະມັດລະວັງ​ເຖິງ​ສິ່ງ​ທີ່​ພວກເຈົ້າ​ຕັ້ງໃຈ​ຈະ​ເຮັດ​ກັບ​ຄົນ​ເຫລົ່ານີ້​ໃຫ້​ດີ.


ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka