Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ຕ່າງ​ຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ສັບສົນ​ຢູ່​ນັ້ນ ພວກເຂົາ​ຈຶ່ງ​ສືບຕໍ່​ຖາມ​ກັນແລະກັນ​ວ່າ, “ເຫດການ​ເຊັ່ນນີ້​ໝາຍຄວາມວ່າ​ຢ່າງ​ໃດ​ໜໍ?”

Uka jalj uñjjattʼäta Copia luraña




ກິດຈະການ 2:12
8 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ຈົບ​ແລ້ວ, ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ,


ເພາະວ່າ​ເຮໂຣດ​ຢ້ານ​ໂຢຮັນ ແລະ ປົກປ້ອງ​ເພິ່ນ​ໄວ້​ເພາະ​ຮູ້​ວ່າ​ເພິ່ນ​ເປັນ​ຜູ້ຊອບທຳ ແລະ ບໍລິສຸດ. ເມື່ອ​ເຮໂຣດ​ໄດ້​ຟັງ​ໂຢຮັນ​ເວົ້າ​ກໍ​ມຶນງົງ​ສົງໄສ ແຕ່​ເພິ່ນ​ກໍ​ຍັງ​ຢາກ​ຟັງ​ໂຢຮັນ.


ດັ່ງນັ້ນ​ລາວ​ຈຶ່ງ​ເອີ້ນ​ຄົນຮັບໃຊ້​ຄົນ​ໜຶ່ງ​ມາ​ຖາມ​ວ່າ​ເກີດ​ຫຍັງ​ຂຶ້ນ.


ເມື່ອ​ລາວ​ໄດ້​ຍິນ​ສຽງ​ປະຊາຊົນ​ກຳລັງ​ຍ່າງ​ຜ່ານ​ໄປ, ລາວ​ຈຶ່ງ​ຖາມ​ວ່າ​ກຳລັງ​ເກີດ​ຫຍັງ​ຂຶ້ນ.


ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.


ເຈົ້າ​ນຳ​ເອົາ​ຄວາມຄິດ​ແປກໆ​ເຂົ້າ​ມາ ແລະ ພວກເຮົາ​ຢາກ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຄວາມໝາຍ​ວ່າ​ຢ່າງໃດ”.


(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”


ພວກເຂົາ​ຈຶ່ງ​ຖາມ​ດ້ວຍ​ຄວາມປະຫລາດໃຈ​ທີ່ສຸດ​ວ່າ, “ຄົນ​ເຫລົ່ານີ້​ທີ່​ກຳລັງ​ເວົ້າ​ຢູ່​ແມ່ນ​ຊາວ​ຄາລີເລ​ທັງໝົດ​ບໍ່​ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka