Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນ​ຕ່າງໆ​ຂອງ​ລີເບຍ ເຊິ່ງ​ໃກ້​ກັບ​ກີເຣເນ, ຜູ້​ມາ​ຢ້ຽມຢາມ​ຈາກ​ນະຄອນ​ໂຣມ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ມາ​ຈາກ​ຟີເຄຍ ແລະ ປຳຟີເລຍ, ມາ​ຈາກ​ເອຢິບ ແລະ​ຂົງເຂດ​ຕ່າງໆ​ໃນ​ລີເບຍ ຊຶ່ງ​ໃກ້​ກັບ​ເມືອງ​ກີເຣເນ ກັບ​ພວກ​ທີ່​ມາ​ຈາກ​ນະຄອນ​ໂຣມ ທີ່​ເປັນ​ແຂກ​ທີ່​ມາ​ຢ້ຽມຢາມ

Uka jalj uñjjattʼäta Copia luraña




ກິດຈະການ 2:10
34 Jak'a apnaqawi uñst'ayäwi  

ແລະ ໄດ້​ຢູ່​ທີ່​ນັ້ນ​ຈົນ​ເຮໂຣດ​ຕາຍ. ເຫດການ​ທີ່​ເກີດຂຶ້ນ​ທັງໝົດ​ນີ້​ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ວ່າ, “ເຮົາ​ໄດ້​ເອີ້ນ​ເອົາ​ບຸດ​ຂອງ​ເຮົາ​ອອກຈາກ​ປະເທດ​ເອຢິບ”.


“ວິບັດ​ແກ່​ເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ທຽວ​ເດີນທາງ​ໄປ​ມາ​ທັງ​ທາງບົກ ແລະ ທາງນໍ້າ​ເພື່ອ​ຈະ​ໄດ້​ຜູ້​ໜຶ່ງ​ມາ​ເຂົ້າ​ສາສະໜາ ແລະ ເມື່ອ​ໄດ້​ມາ​ເຂົ້າ​ແລ້ວ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຄົນ​ນັ້ນ​ເປັນ​ເດັກ​ຂອງ​ນະລົກ ຊົ່ວຮ້າຍ​ຫລາຍ​ກວ່າ​ພວກເຈົ້າ​ອີກ​ສອງ​ເທົ່າ.


ໃນ​ຂະນະ​ທີ່​ພວກເຂົາ​ກຳລັງ​ອອກໄປ​ນັ້ນ ພວກເຂົາ​ໄດ້​ພົບ​ຊາຍ​ຊາວ​ກີເຣເນ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ ພວກເຂົາ​ຈຶ່ງ​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ.


ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເມືອງ​ກີເຣເນ ຊື່​ວ່າ​ຊີໂມນ, ເຊິ່ງ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ, ລາວ​ກຳລັງ​ມາ​ແຕ່​ນອກ​ເມືອງ​ຜ່ານ​ໄປ​ທາງ​ນັ້ນ ແລະ ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ.


ແຕ່​ກໍ​ມີ​ບາງຄົນ​ໃນ​ພວກເຂົາ​ທີ່​ມາ​ຈາກ​ເກາະ​ໄຊປຣັດ ແລະ ຈາກ​ເມືອງ​ກີເຣເນ​ໄດ້​ໄປ​ທີ່​ເມືອງ​ອັນຕີໂອເຂຍ ແລະ ໄດ້​ເລີ່ມຕົ້ນ​ປະກາດ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ແກ່​ຊາວ​ກຣີກ​ອີກ​ດ້ວຍ.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ລົງ​ເຮືອ​ຈາກ​ເມືອງ​ປາໂຟ​ເດີນທາງ​ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ບ່ອນ​ທີ່​ໂຢຮັນ​ໄດ້​ປະ​ພວກເພິ່ນ​ໄວ້​ເພື່ອ​ກັບ​ຄືນ​ໄປ​ຍັງ​ເຢຣູຊາເລັມ.


ເມື່ອ​ຄົນ​ທີ່​ໄປ​ເຕົ້າໂຮມ​ກັນ​ໄດ້​ເລີກ​ໄປ​ແລ້ວ, ຊາວ​ຢິວ​ຫລາຍ​ຄົນ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ທີ່​ມາ​ນັບຖື​ສາສະໜາ​ຢິວ​ຫລາຍ​ຄົນ​ກໍ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ​ໄປ, ພວກເພິ່ນ​ກໍ​ໄດ້​ສົນທະນາ ແລະ ຂໍຮ້ອງ​ພວກເຂົາ​ໃຫ້​ໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຕໍ່ໄປ.


ຫລັງຈາກ​ໄປ​ທົ່ວ​ແຂວງ​ປີຊີເດຍ​ແລ້ວ​ພວກເພິ່ນ​ກໍ​ມາ​ເຖິງ​ແຂວງ​ປຳຟີເລຍ


ແຕ່​ໂປໂລ​ເຫັນ​ວ່າ​ບໍ່​ຄວນ​ເອົາ​ລາວ​ໄປ​ນຳ ເພາະ​ໂຢຮັນ​ເຄີຍ​ປະຖິ້ມ​ພວກເພິ່ນ​ທີ່​ແຂວງ​ປຳຟີເລຍ ແລະ ບໍ່​ໄດ້​ຮ່ວມ​ງານ​ອີກ.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


(ຊາວ​ອາແຖນ ແລະ ຊາວ​ຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ແຕ່ລະວັນ​ບໍ່​ໄດ້​ເຮັດ​ຫຍັງ​ນອກ​ຈາກ​ໂອ້ລົມ ແລະ ຮັບ​ຟັງ​ຄວາມຄິດ​ໃໝ່ໆ.)


ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,


ຫລັງຈາກ​ພັກ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ​ໄດ້​ຊົ່ວໄລຍະ​ໜຶ່ງ​ແລ້ວ, ໂປໂລ​ກໍ​ເດີນທາງ​ໄປ​ຈາກ​ທີ່​ນັ້ນ ແລະ ໄປ​ຍັງ​ບ່ອນ​ຕ່າງໆ​ທົ່ວ​ແຂວງ​ຄາລາເຕຍ ແລະ ຟີເຄຍ, ເພື່ອ​ໜູນໃຈ​ສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ.


(ທັງ​ຄົນ​ຢິວ ແລະ ຄົນ​ຕ່າງຊາດ​ທີ່​ຖື​ສາສະໜາ​ຢິວ), ຊາວ​ກະເຣເຕ ແລະ ຊາວອາຣັບ ພວກເຮົາ​ໄດ້​ຍິນ​ພວກເຂົາ​ປະກາດ​ເຖິງ​ຄວາມອັດສະຈັນ​ຂອງ​ພຣະເຈົ້າ​ດ້ວຍ​ພາສາ​ຂອງ​ພວກເຮົາ​ເອງ!”


ໃນ​ຄືນ​ຕໍ່ມາ ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ໃກ້​ໂປໂລ ແລະ ກ່າວ​ວ່າ, “ຈົ່ງ​ກ້າຫານ! ດັ່ງ​ທີ່​ເຈົ້າ​ໄດ້​ເປັນພະຍານ​ໃຫ້​ເຮົາ​ໃນ​ເຢຣູຊາເລັມ​ຢ່າງ​ໃດ, ເຈົ້າ​ກໍ​ຈະ​ຕ້ອງ​ເປັນ​ພະຍານ​ໃນ​ໂຣມ​ຢ່າງ​ນັ້ນ”.


ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.


ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ນະຄອນ​ໂຣມ​ໄດ້​ຍິນ​ຂ່າວ​ວ່າ​ພວກເຮົາ​ຈະ​ມາ, ພວກເຂົາ​ຈຶ່ງ​ເດີນທາງ​ມາ​ແຕ່​ໄກ​ເພື່ອ​ອອກມາ​ພົບ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ ທີ່​ສາລາ​ສາມ​ຫລັງ. ເມື່ອ​ໄດ້​ເຫັນ​ຄົນ​ເຫລົ່ານີ້​ໂປໂລ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ໄດ້​ຮັບ​ການໜູນໃຈ​ຂຶ້ນ.


ຄົນ​ໃນ​ທີ່​ປະຊຸມ​ທັງໝົດ​ພໍໃຈ​ກັບ​ຂໍ້ສະເໜີ​ນີ້. ພວກເຂົາ​ຈຶ່ງ​ເລືອກ​ເອົາ​ຊະເຕຟາໂນ, ຜູ້ຊາຍ​ທີ່​ເຕັມ​ໄປ​ດ້ວຍ​ຄວາມເຊື່ອ ແລະ ພຣະວິນຍານບໍລິສຸດເຈົ້າ; ພ້ອມ​ທັງ​ຟີລິບ, ໂປໂຄໂລ, ນີກາໂນ, ຕີໂມນ, ປາເມນາ ແລະ ນີໂກລາໂອ​ຈາກ​ອັນຕີໂອເຂຍ​ທີ່​ເຂົ້າ​ສາສະໜາ​ຢິວ.


ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ຖືກ​ຕໍ່ຕ້ານ​ຈາກ​ສະມາຊິກ​ຂອງ​ທຳມະສາລາ​ຂອງ​ພວກ​ຢິວ​ແຫ່ງ​ອິດສະຫລະ (ຕາມ​ທີ່​ພວກເຂົາ​ເອີ້ນ​ກັນ) ຄື​ພວກ​ຢິວ​ຈາກ​ເມືອງ​ກີເຣເນ, ເມືອງ​ອາເລັກຊັນເດຍ ທັງ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ​ໄດ້​ເລີ່ມ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ກະຕືລືລົ້ນ​ທີ່​ຈະ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ຜູ້​ທີ່​ຢູ່​ໃນ​ນະຄອນ​ໂຣມ​ເໝືອນກັນ.


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ກົງກັນຂ້າມ, ເມື່ອ​ລາວ​ຢູ່​ໃນ​ນະຄອນ​ໂຣມ ລາວ​ກໍ​ພະຍາຍາມ​ຊອກຫາ​ເຮົາ​ຈົນ​ພົບ.


ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka