Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 2:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ, ພວກເພິ່ນ​ທັງໝົດ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ໃນ​ບ່ອນ​ດຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ ບັນດາ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທັງໝົດ​ໃນ​ທີ່ນັ້ນ ກໍ​ມາ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ດຽວ.

Uka jalj uñjjattʼäta Copia luraña




ກິດຈະການ 2:1
23 Jak'a apnaqawi uñst'ayäwi  

ດ້ວຍວ່າ ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ອີກ​ບໍ່​ເທົ່າໃດ​ວັນ​ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ທຸກໆ​ວັນ ພວກເຂົາ​ໄດ້​ສືບຕໍ່​ມາ​ເຕົ້າໂຮມກັນ​ທີ່​ເດີ່ນ​ວິຫານ. ພວກເຂົາ​ຫັກ​ເຂົ້າຈີ່​ຕາມ​ບ້ານ​ຂອງ​ຕົນ ແລະ ກິນ​ອາຫານ​ຮ່ວມກັນ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ດ້ວຍ​ຄວາມຈິງໃຈ,


ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.


ເມື່ອ​ພວກເຂົາ​ໄດ້​ຍິນ​ດັ່ງນີ້​ແລ້ວ, ພວກເຂົາ​ກໍ​ພ້ອມ​ໃຈ​ກັນ​ຍົກສຽງ​ຂຶ້ນ​ອະທິຖານ​ຕໍ່​ພຣະເຈົ້າ. ພວກເຂົາ​ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ອົງ​ເຈົ້ານາຍ, ພຣະອົງ​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ຫລັງ​ຈາກ​ພວກເຂົາ​ໄດ້​ອະທິຖານ​ຈົບ​ແລ້ວ, ບ່ອນ​ທີ່​ພວກເຂົາ​ເຕົ້າໂຮມກັນ​ຢູ່​ນັ້ນ​ກໍ​ສັ່ນສະເທືອນ. ແລະ ພວກເຂົາ​ທັງໝົດ​ກໍ​ເຕັມ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ຢ່າງ​ກ້າຫານ.


ຜູ້​ທີ່​ເຊື່ອ​ທັງໝົດ​ກໍ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ບໍ່​ມີ​ຜູ້ໃດ​ຈັກ​ຄົນ​ອ້າງ​ວ່າ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ຕົນ​ເອງ, ແຕ່​ພວກເຂົາ​ແບ່ງປັນ​ທຸກສິ່ງ​ທີ່​ພວກເຂົາ​ມີ.


ພວກ​ອັກຄະສາວົກ​ໄດ້​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ຢ່າງ​ໃນ​ທ່າມກາງ​ປະຊາຊົນ. ແລະ ຜູ້ທີ່ເຊື່ອ​ທັງໝົດ​ມັກ​ມາ​ເຕົ້າໂຮມກັນ​ທີ່​ລະບຽງ​ຂອງ​ໂຊໂລໂມນ.


ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ແລະ ພຣະບິດາເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ດ້ວຍ​ຈິດໃຈ​ດຽວ​ກັນ ແລະ ສຽງ​ດຽວ​ກັນ.


ແຕ່​ເຮົາ​ຈະ​ຢູ່​ທີ່​ເມືອງ​ເອເຟໂຊ​ຕໍ່​ໄປ​ຈົນ​ເຖິງ​ເທສະການ​ເພັນເຕຄໍສະເຕ,


ບໍ່​ວ່າ​ສິ່ງໃດ​ຈະ​ເກີດຂຶ້ນ, ພວກເຈົ້າ​ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ. ຫລັງຈາກນັ້ນ ບໍ່​ວ່າ​ເຮົາ​ຈະ​ມາ​ຫາ​ພວກເຈົ້າ ຫລື ພຽງ​ແຕ່​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ກໍ​ຕາມ, ເຮົາ​ຈະ​ຮູ້​ວ່າ​ພວກເຈົ້າ​ຕັ້ງໝັ້ນຄົງ​ໃນ​ພຣະວິນຍານ​ອົງ​ດຽວ​ກັນ, ຕໍ່ສູ້​ຮ່ວມກັນ​ເໝືອນ​ເປັນ​ຄົນ​ດຽວ​ກັນ​ເພື່ອ​ຄວາມເຊື່ອ​ແຫ່ງ​ຂ່າວປະເສີດ


ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka