Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ມີ​ບາງຄົນ​ໃຈແຂງ ແລະ​ບໍ່​ຍອມ​ເຊື່ອ ຊໍ້າ​ຍັງ​ເວົ້າ​ຄຳ​ຫຍາບຊ້າ​ຕໍ່ໜ້າ​ຄົນ​ທັງຫລາຍ ເຖິງ​ທາງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ, ດັ່ງນັ້ນ ໂປໂລ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ນຳ​ຄົນ​ທີ່​ເຊື່ອ​ໄປ​ກັບ​ຕົນ ແລະ​ທຸກໆ​ວັນ​ເພິ່ນ​ໄດ້​ໂຕ້ຖຽງ ຢູ່​ໃນ​ຫ້ອງ​ປະຊຸມ​ຂອງທ່ານ​ຕີລາໂນ.

Uka jalj uñjjattʼäta Copia luraña




ກິດຈະການ 19:9
39 Jak'a apnaqawi uñst'ayäwi  

ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.


ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.


ໃນ​ຊົ່ວໂມງ​ນັ້ນ​ພຣະເຢຊູເຈົ້າ​ໄດ້​ກ່າວ​ຕໍ່​ປະຊາຊົນ​ທັງຫລາຍ​ວ່າ, “ເຮົາ​ກຳລັງ​ກໍ່​ການກະບົດ​ບໍ, ພວກເຈົ້າ​ຈຶ່ງ​ຖື​ດາບ​ຖື​ໄມ້ຄ້ອນ​ມາ​ຈັບ​ເຮົາ? ເຮົາ​ນັ່ງ​ສັ່ງສອນ​ຢູ່​ໃນ​ເດີ່ນ​ວິຫານ​ທຸກ​ວັນ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ.


“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ຂອງ​ພວກເຂົາ​ບອດ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງກະດ້າງ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ບໍ່​ສາມາດ​ເຫັນ​ດ້ວຍ​ຕາ ບໍ່​ເຂົ້າໃຈ​ດ້ວຍ​ຫົວໃຈ​ຂອງ​ພວກເຂົາ ບໍ່​ຫັນ​ກັບ​ຄືນ​ມາ ແລະ ເຮົາ​ຈະ​ຮັກສາ​ພວກເຂົາ​ໃຫ້​ຫາຍດີ”.


ແລະ ເມື່ອ​ພົບ​ເພິ່ນ​ແລ້ວ, ເພິ່ນ​ກໍ​ນຳ​ໂຊໂລ​ໄປ​ທີ່​ເມືອງ​ອັນຕີໂອເຂຍ. ດັ່ງນັ້ນ ບາຣະນາບາ ແລະ ໂຊໂລ​ໄດ້​ພົບປະ​ກັບ​ຄຣິສຕະຈັກ​ທີ່​ນັ້ນ​ຕະຫລອດ​ໜຶ່ງ​ປີ​ເຕັມ ແລະ ໄດ້​ສັ່ງສອນ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ. ພວກສາວົກ​ໄດ້​ຊື່​ວ່າ​ຄຣິສຕຽນ​ເປັນ​ເທື່ອ​ທຳອິດ​ທີ່​ເມືອງ​ອັນຕີໂອເຂຍ​ນັ້ນ​ເອງ.


ປະຊາຊົນ​ໃນ​ເມືອງ​ນັ້ນ​ໄດ້​ແຍກ​ເປັນ​ສອງ​ຝ່າຍ; ຝ່າຍ​ໜຶ່ງ​ຢູ່​ຝ່າຍ​ຢິວ, ອີກ​ຝ່າຍ​ໜຶ່ງ​ຢູ່​ກັບ​ຝ່າຍ​ອັກຄະສາວົກ.


ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.


ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.


ໂປໂລ​ຢາກ​ຈະ​ປາກົດ​ຕໍ່ໜ້າ​ປະຊາຊົນ, ແຕ່​ພວກສາວົກ​ບໍ່​ຍອມ.


ດັ່ງນັ້ນ ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຈື່ຈຳ​ໄວ້​ວ່າ​ທັງ​ກາງຄືນ ແລະ ກາງເວັນ​ຕະຫລອດ​ສາມ​ປີ ຂ້າພະເຈົ້າ​ບໍ່​ເຄີຍ​ຢຸດ​ໃນ​ການ​ເຕືອນ​ພວກທ່ານ​ທຸກຄົນ​ດ້ວຍ​ນ້ຳຕາ.


ຂ້າພະເຈົ້າ​ໄດ້​ຂົ່ມເຫັງ​ບັນດາ​ຜູ້​ຕິດຕາມ ‘ທາງນັ້ນ’ ຈົນ​ພວກເຂົາ​ເສຍ​ຊີວິດ, ໄດ້​ຈັບກຸມ​ທັງ​ຜູ້ຊາຍ ແລະ ແມ່ຍິງ ແລ້ວ​ໂຍນ​ພວກເຂົາ​ເຂົ້າ​ຄຸກ,


ນອກຈາກ​ເລື່ອງ​ນີ້​ເລື່ອງ​ດຽວ​ທີ່​ຂ້າພະເຈົ້າ​ໄດ້​ຮ້ອງ​ຂຶ້ນ​ຂະນະ​ຢືນ​ຢູ່​ຕໍ່ໜ້າ​ພວກເຂົາ​ວ່າ: ‘ທີ່​ຂ້າພະເຈົ້າ​ຕ້ອງ​ຖືກ​ດຳເນີນ​ຄະດີ​ຕໍ່ໜ້າ​ທ່ານ​ໃນ​ວັນ​ນີ້ ກໍ​ເພາະ​ຂ້າພະເຈົ້າ​ເຊື່ອ​ໃນ​ການ​ເປັນຄືນມາຈາກຕາຍ’”.


ແຕ່​ພວກເຮົາ​ຢາກ​ຟັງ​ຄວາມຄິດ​ຂອງ​ທ່ານ, ເພາະ​ພວກເຮົາ​ຮູ້​ຢູ່​ວ່າ​ຄົນ​ທັງຫລາຍ​ທີ່​ຢູ່​ທົ່ວ​ທຸກບ່ອນ​ຕ່າງ​ກໍ​ເວົ້າ​ຕິຕຽນ​ນິກາຍ​ນີ້”.


“ພວກເຈົ້າ​ເປັນ​ຄົນ​ຫົວ​ແຂງ! ໃຈ ແລະ ຫູ​ຂອງ​ພວກເຈົ້າ​ຍັງ​ບໍ່​ໄດ້​ຮັບພິທີຕັດ. ພວກເຈົ້າ​ກໍ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ພວກເຈົ້າ​ທັງຫລາຍ​ຕໍ່ຕ້ານ​ພຣະວິນຍານບໍລິສຸດເຈົ້າ​ຢູ່​ສະເໝີ!


ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.


ຖ້າ​ດັ່ງນັ້ນ​ແລ້ວ​ຈະ​ວ່າ​ຢ່າງໃດ? ປະຊາຊົນ​ອິດສະຣາເອນ​ບໍ່​ໄດ້​ຮັບ​ໃນ​ສິ່ງ​ທີ່​ພວກເຂົາ​ດິ້ນລົນ​ຊອກຫາ ແຕ່​ຜູ້​ທີ່​ເລືອກ​ໄວ້​ນັ້ນ​ເປັນ​ຜູ້​ທີ່​ໄດ້​ຮັບ, ສ່ວນ​ຄົນ​ອື່ນ​ນັ້ນ​ກໍ​ຖືກ​ເຮັດ​ໃຫ້​ມີ​ໃຈ​ແຂງກະດ້າງ​ໄປ


ເຫດສະນັ້ນ, ພຣະເຈົ້າ​ເມດຕາ​ຕໍ່​ຜູ້​ທີ່​ປະສົງ​ຈະ​ເມດຕາ ແລະ ພຣະອົງ​ປະສົງ​ຈະ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງກະດ້າງ ພຣະອົງ​ກໍ​ເຮັດ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງກະດ້າງ.


ເພາະວ່າ ປະຕູ​ໄດ້​ເປີດ​ກວ້າງ​ໃຫ້​ເຮົາ​ເຮັດວຽກ​ຢ່າງ​ເກີດຜົນ ແລະ ຄົນ​ທີ່​ຕໍ່ຕ້ານ​ເຮົາ​ກໍ​ມີ​ຫລາຍ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ເຈົ້າ​ກໍ​ຮູ້​ວ່າ ທຸກຄົນ​ໃນ​ແຂວງເອເຊຍ​ກໍ​ໄດ້​ປະຖິ້ມ​ເຮົາ ລວມທັງ​ຟູເຄໂລ ແລະ ເຮຣະໂມເກນ.


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ຈົ່ງ​ປະກາດ​ຖ້ອຍຄຳ, ຈົ່ງ​ຕຽມໂຕ​ໃຫ້​ພ້ອມ​ທັງ​ໃນ​ເວລາ​ທີ່​ມີ​ໂອກາດ ແລະ ບໍ່​ມີ​ໂອກາດ, ຈົ່ງ​ແກ້ໄຂ​ຂໍ້ຜິດພາດ, ຈົ່ງ​ຕັກເຕືອນ ແລະ ໜູນໃຈ​ດ້ວຍ​ຄວາມອົດທົນ​ຢ່າງ​ໃຫຍ່ ແລະ ດ້ວຍ​ການສັ່ງສອນ​ຢ່າງ​ລະມັດລະວັງ


ຈົ່ງ​ໜູນໃຈ​ກັນແລະກັນ​ທຸກໆ​ວັນ​ຕາບໃດ​ທີ່​ຍັງ​ເອີ້ນ​ວ່າ “ວັນ​ນີ້” ເພື່ອວ່າ​ຈະ​ບໍ່​ມີ​ຜູ້ໃດ​ໃນ​ພວກເຈົ້າ​ດື້ດ້ານ​ເພາະ​ການຫລອກລວງ​ຂອງ​ບາບ.


ແຕ່​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ. ພວກເຂົາ​ເປັນ​ເໝືອນ​ສັດ​ທີ່​ບໍ່​ມີ​ເຫດຜົນ​ເຮັດ​ຕາມ​ສັນຊາດຕະຍານ, ເກີດ​ມາ​ພຽງ​ເພື່ອ​ຖືກ​ຈັບ ແລະ ຖືກ​ທຳລາຍ​ເທົ່ານັ້ນ. ແລະ ພວກເຂົາ​ຈະ​ຕ້ອງ​ຈິບຫາຍ​ໄປ​ເໝືອນ​ກັບ​ສັດ​ຢ່າງ​ແນ່ນອນ.


ຈະ​ມີ​ຫລາຍຄົນ​ປະຕິບັດ​ຕາມ​ການປະພຶດ​ຊົ່ວຮ້າຍ​ຂອງ​ພວກເຂົາ ແລະ ຈະ​ນຳ​ທາງ​ແຫ່ງ​ຄວາມຈິງ​ໄປ​ສູ່​ຄວາມເສື່ອມເສຍ.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka