Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ໄດ້​ຮັບ​ເຊື່ອ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ແລ້ວ​ບໍ?” ພວກເຂົາ​ຕອບ​ວ່າ, “ບໍ່ ພວກເຮົາ​ບໍ່​ເຄີຍ​ແມ່ນ​ແຕ່​ໄດ້​ຍິນ​ວ່າ​ມີ​ພຣະວິນຍານບໍລິສຸດເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເພິ່ນ​ຖາມ​ພວກເຂົາ​ວ່າ, “ເມື່ອ​ພວກເຈົ້າ​ຮັບ​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພຣະວິນຍານ​ບໍຣິສຸດເຈົ້າ​ຫລື​ບໍ່?” ພວກເຂົາ​ຕອບ​ວ່າ, “ພວກເຮົາ​ບໍ່ເຄີຍ​ໄດ້ຍິນ​ຜູ້ໃດ​ເວົ້າ​ວ່າ​ມີ​ພຣະວິນຍານ​ບໍຣິສຸດເຈົ້າ.”

Uka jalj uñjjattʼäta Copia luraña




ກິດຈະການ 19:2
12 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ພຣະອົງ​ກ່າວ​ນັ້ນ​ພຣະອົງ​ໝາຍເຖິງ​ພຣະວິນຍານ ເຊິ່ງ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ຕາມ​ພາຍຫລັງ. ໃນ​ເວລາ​ນັ້ນ​ຍັງ​ບໍ່​ທັນ​ໄດ້​ໃຫ້​ພຣະວິນຍານ​ເທື່ອ, ເນື່ອງຈາກ​ພຣະເຢຊູເຈົ້າ​ຍັງ​ບໍ່​ໄດ້​ຮັບ​ສະຫງ່າລາສີ.


ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.


ເມື່ອ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ.


“‘ພຣະເຈົ້າ​ກ່າວ​ວ່າ, ໃນ​ວັນ​ສຸດທ້າຍ ເຮົາ​ຈະ​ເທ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ເຮົາ​ເທິງ​ທຸກ​ຄົນ. ລູກຊາຍ ແລະ ລູກສາວ​ຂອງ​ພວກເຈົ້າ​ຈະ​ທຳນວາຍ, ພວກຊາຍໜຸ່ມ​ຂອງ​ພວກເຈົ້າ​ຈະ​ເຫັນ​ນິມິດ, ພວກ​ຊາຍ​ເຖົ້າ​ຂອງ​ພວກເຈົ້າ​ຈະ​ຝັນ​ເຫັນ.


ເຮົາ​ປາຖະໜາ​ຢາກ​ເຫັນ​ພວກເຈົ້າ​ເພື່ອ​ເຮົາ​ຈະ​ໄດ້​ແບ່ງປັນ​ຂອງປະທານ​ຝ່າຍ​ຈິດວິນຍານ​ບາງ​ຢ່າງ​ໃຫ້​ແກ່​ພວກເຈົ້າ ເພື່ອ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຜູ້​ສະຖິດ​ໃນ​ພວກເຈົ້າ, ອົງ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ? ພວກເຈົ້າ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ພວກເຈົ້າ​ເອງ;


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍ​ຖາມ​ອີກ​ວ່າ, ພຣະເຈົ້າ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ແກ່​ພວກເຈົ້າ ແລະ ໄດ້​ກະທຳ​ການ​ອັດສະຈັນ​ຕ່າງໆ​ທ່າມກາງ​ພວກເຈົ້າ​ໂດຍ​ການປະຕິບັດ​ຕາມ​ກົດບັນຍັດ​ບໍ ຫລື ໂດຍ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ສິ່ງ​ທີ່​ພວກເຈົ້າ​ໄດ້ຍິນ​ບໍ່​ແມ່ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka