Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຊາວຢິວ​ບາງຄົນ​ທີ່​ທຽວ​ໄປ​ຕາມ​ບ່ອນ​ຕ່າງໆ​ແລ້ວ​ຂັບໄລ່​ວິນຍານຊົ່ວຮ້າຍ​ກໍ​ພະຍາຍາມ​ໃຊ້​ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກັບ​ຄົນ​ທີ່​ຖືກ​ຜີມານຮ້າຍ​ສິງ. ພວກເຂົາ​ຈະ​ສັ່ງ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້​ທີ່​ໂປໂລ​ປະກາດ, ເຮົາ​ສັ່ງ​ເຈົ້າ​ໃຫ້​ອອກ​ໄປ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພວກ​ຢິວ​ບາງຄົນ​ທີ່​ທ່ຽວ​ໄປມາ​ເປັນ​ໝໍ​ຂັບໄລ່​ຜີຊົ່ວຮ້າຍ ກໍ​ພະຍາຍາມ​ໃຊ້​ນາມຊື່​ຂອງ​ອົງ​ພຣະເຢຊູເຈົ້າ​ກະທຳ​ການ​ນີ້​ເໝືອນກັນ, ພວກເຂົາ​ສັ່ງ​ຜີຊົ່ວຮ້າຍ​ທີ່​ສິງ​ວ່າ, “ກູ​ສັ່ງ​ພວກສູ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ໂປໂລ​ປະກາດ​ນັ້ນ.”

Uka jalj uñjjattʼäta Copia luraña




ກິດຈະການ 19:13
15 Jak'a apnaqawi uñst'ayäwi  

ແລະ ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ, ແລ້ວ​ຄົນ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ.


ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ລາວ​ຮ້ອງ​ດ້ວຍ​ສຸດສຽງ​ຂອງ​ລາວ​ວ່າ, “ພຣະເຢຊູ ພຣະບຸດ​ຂອງ​ພຣະເຈົ້າ​ອົງ​ສູງສຸດ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ຂ້ານ້ອຍ? ຂໍ​ໃຫ້​ທ່ານ​ສັນຍາ​ໃນ​ນາມ​ພຣະເຈົ້າ​ວ່າ​ຈະ​ບໍ່​ທໍລະມານ​ຂ້ານ້ອຍ!”


ໂຢຮັນ​ກ່າວ​ວ່າ, “ອາຈານ​ເອີຍ, ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ, ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.


ຖ້າ​ເຮົາ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ເບເອນເຊບູນ ແລ້ວ​ພວກ​ລູກສິດ​ຂອງ​ພວກເຈົ້າ​ຂັບໄລ່​ຜີມານຮ້າຍ​ອອກ​ດ້ວຍ​ອຳນາດ​ຂອງ​ຜູ້ໃດ? ດ້ວຍເຫດນີ້, ພວກເຂົາ​ຈະ​ເປັນ​ຜູ້ຕັດສິນ​ພວກເຈົ້າ.


ແລ້ວ​ໂຢຮັນ​ເວົ້າ​ວ່າ, “ນາຍ​ເອີຍ ພວກຂ້ານ້ອຍ​ເຫັນ​ຊາຍ​ຄົນ​ໜຶ່ງ​ຂັບໄລ່​ພວກ​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ທ່ານ ແລະ ພວກຂ້ານ້ອຍ​ຈຶ່ງ​ຫ້າມ​ລາວ​ເພາະ​ລາວ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ພວກເຮົາ”.


ຍັງ​ມີ​ຊາວຢິວ​ຜູ້​ໜຶ່ງ​ຊື່​ວ່າ​ຊະເກວາ ເປັນ​ຫົວໜ້າ​ປະໂລຫິດ​ມີ​ລູກຊາຍ​ເຈັດ​ຄົນ​ກໍ​ໄດ້​ເຮັດ​ຢ່າງ​ນີ້.


ເພາະ​ຖ້າ​ຜູ້ໃດ​ມາ​ຫາ​ພວກເຈົ້າ ແລະ ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ຕ່າງ​ຈາກ​ທີ່​ພວກເຮົາ​ໄດ້​ເທດສະໜາ​ເລື່ອງ​ພຣະເຢຊູເຈົ້າ​ໄວ້ ຫລື ວ່າ​ຖ້າ​ພວກເຈົ້າ​ຮັບ​ວິນຍານ​ອື່ນ​ແຕກຕ່າງ​ຈາກ​ພຣະວິນຍານ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ ຫລື ວ່າ​ຂ່າວປະເສີດ​ອື່ນ​ແຕກຕ່າງ​ຈາກ​ທີ່​ພວກເຈົ້າ​ເຄີຍ​ໄດ້​ຮັບ, ພວກເຈົ້າ​ກໍ​ທົນ​ຮັບ​ສິ່ງ​ເຫລົ່ານັ້ນ​ໄດ້​ງ່າຍດາຍ​ແທ້​ນໍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka