11 ພຣະເຈົ້າເຮັດການອັດສະຈັນພິເສດເຫລືອເຊື່ອຜ່ານທາງໂປໂລ,
11 ພຣະເຈົ້າໄດ້ເຮັດການອັດສະຈັນອັນແປກປະຫລາດຜ່ານໂປໂລ.
ເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຜູ້ໃດກໍຕາມທີ່ເຊື່ອໃນເຮົາກໍຈະເຮັດກິດຈະການທີ່ເຮົາເຮັດຢູ່ນັ້ນເໝືອນກັນ ແລະ ພວກເຂົາຈະເຮັດສິ່ງທີ່ຍິ່ງໃຫຍ່ກວ່ານີ້ອີກ, ເພາະເຮົາກຳລັງຈະໄປຫາພຣະບິດາເຈົ້າ.
ດັ່ງນັ້ນ ໂປໂລກັບບາຣະນາບາຈຶ່ງໄດ້ອາໄສຢູ່ທີ່ນັ້ນເປັນເວລາດົນນານ, ພວກເພິ່ນໄດ້ກ່າວຢ່າງກ້າຫານເພື່ອອົງພຣະຜູ້ເປັນເຈົ້າ, ຜູ້ຢືນຢັນຖ້ອຍຄຳແຫ່ງພຣະຄຸນຂອງພຣະອົງ ໂດຍໃຫ້ພວກເພິ່ນສາມາດສະແດງໝາຍສຳຄັນ ແລະ ການອັດສະຈັນຕ່າງໆ.
ທຸກຄົນໃນທີ່ປະຊຸມກໍມິດງຽບຟັງບາຣະນາບາກັບໂປໂລເລົ່າເຖິງໝາຍສຳຄັນ ແລະ ການອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ເຮັດຜ່ານພວກເພິ່ນທ່າມກາງຄົນຕ່າງຊາດ.
ນາງເຮັດຢ່າງນີ້ເປັນເວລາຫລາຍວັນ. ໃນທີ່ສຸດໂປໂລກໍເກີດລຳຄານຫລາຍຈົນເພິ່ນຫັນໄປອ້ອມຮອບ ແລະ ສັ່ງວິນຍານຊົ່ວນັ້ນວ່າ, “ໃນນາມຂອງພຣະເຢຊູຄຣິດເຈົ້າ ເຮົາສັ່ງໃຫ້ວິນຍານຊົ່ວນີ້ຈົ່ງອອກມາຈາກໂຕຂອງນາງ!” ວິນຍານຊົ່ວນັ້ນກໍອອກຈາກນາງທັນທີ.
ພວກອັກຄະສາວົກໄດ້ສະແດງໝາຍສຳຄັນ ແລະ ການອັດສະຈັນຫລາຍຢ່າງໃນທ່າມກາງປະຊາຊົນ. ແລະ ຜູ້ທີ່ເຊື່ອທັງໝົດມັກມາເຕົ້າໂຮມກັນທີ່ລະບຽງຂອງໂຊໂລໂມນ.
ຝ່າຍຊີໂມນເອງກໍໄດ້ເຊື່ອເໝືອນກັນ ແລະ ໄດ້ຮັບບັບຕິສະມາ. ແລ້ວລາວກໍຕິດຕາມຟີລິບໄປທຸກບ່ອນ ແລະ ຮູ້ສຶກປະຫລາດໃຈທີ່ໄດ້ເຫັນໝາຍສຳຄັນ ແລະ ການອັດສະຈັນອັນຍິ່ງໃຫຍ່ນັ້ນ.
ດັ່ງນັ້ນ ເຮົາຈຶ່ງຂໍຖາມອີກວ່າ, ພຣະເຈົ້າໃຫ້ພຣະວິນຍານຂອງພຣະອົງແກ່ພວກເຈົ້າ ແລະ ໄດ້ກະທຳການອັດສະຈັນຕ່າງໆທ່າມກາງພວກເຈົ້າໂດຍການປະຕິບັດຕາມກົດບັນຍັດບໍ ຫລື ໂດຍຄວາມເຊື່ອຂອງພວກເຈົ້າໃນສິ່ງທີ່ພວກເຈົ້າໄດ້ຍິນບໍ່ແມ່ນບໍ?
ພຣະເຈົ້າຍັງໄດ້ເປັນພະຍານເຖິງສິ່ງເຫລົ່ານີ້ໂດຍໝາຍສຳຄັນ, ການອັດສະຈັນ ແລະ ການປະຕິຫານຕ່າງໆ ແລະ ໂດຍຂອງປະທານແຫ່ງພຣະວິນຍານບໍລິສຸດເຈົ້າທີ່ໃຫ້ຕາມປະສົງຂອງພຣະອົງ.