Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 19:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຂະນະ​ທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ, ໂປໂລ​ໄດ້​ເດີນທາງ​ຂ້າມ​ເຂດ​ພູເຂົາ ແລະ ມາ​ຮອດ​ເມືອງ​ເອເຟໂຊ. ເພິ່ນ​ໄດ້​ພົບ​ສາວົກ​ບາງຄົນ​ຢູ່​ທີ່​ນັ້ນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ

Uka jalj uñjjattʼäta Copia luraña




ກິດຈະການ 19:1
16 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ໂປໂລ​ໄດ້​ອອກ​ຈາກ​ອາແຖນ ແລະ ໄປ​ຍັງ​ເມືອງ​ໂກຣິນໂທ.


ຝ່າຍ​ກີສະໂປ ຫົວໜ້າ​ທຳມະສາລາ​ກັບ​ທຸກຄົນ​ໃນ​ຄອບຄົວ​ຂອງ​ຕົນ​ກໍ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ; ແລະ ຊາວ​ໂກຣິນໂທ​ຫລາຍ​ຄົນ​ທີ່​ໄດ້​ຍິນ​ພຣະທຳ​ທີ່​ໂປໂລ​ກ່າວ​ນັ້ນ​ກໍ​ໄດ້​ເຊື່ອ ແລະ ຮັບ​ບັບຕິສະມາ.


ເມື່ອ​ເລື່ອງ​ນີ້​ໄປ​ເຖິງ​ຫູ​ຊາວ​ຢິວ ແລະ ຊາວ​ກຣີກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ພວກເຂົາ​ທັງຫລາຍ​ກໍ​ຖືກ​ຈູ່ໂຈມ​ດ້ວຍ​ຄວາມ​ຢ້ານ ແລະ ນາມ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ກໍ​ເປັນ​ທີ່​ຍົກຍ້ອງ​ສັນລະເສີນ.


ແລະ ພວກເຈົ້າ​ກໍ​ໄດ້​ເຫັນ ແລະ ໄດ້​ຍິນ​ທີ່​ໂປໂລ​ຄົນ​ນີ້​ຊັກຊວນ​ຄົນ​ທັງຫລາຍ​ໃຫ້​ຫລົງທາງ​ທັງ​ໃນ​ເອເຟໂຊ​ກັບ​ທົ່ວ​ແຂວງ​ເອເຊຍ. ລາວ​ເວົ້າ​ວ່າ​ບັນດາ​ຮູບ​ປັ້ນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ​ນັ້ນ​ບໍ່​ໄດ້​ແມ່ນ​ເທບພະເຈົ້າ​ເລີຍ.


ໂປໂລ​ໄດ້​ຕັດສິນໃຈ​ຂີ່ເຮືອ​ກາຍ​ເມືອງ​ເອເຟໂຊ​ໄປ​ເພື່ອ​ບໍ່​ໃຫ້​ເສຍ​ເວລາ​ຢູ່​ທີ່​ແຂວງ​ເອເຊຍ, ເພາະ​ຖ້າ​ເປັນ​ໄປ​ໄດ້​ເພິ່ນ​ຈະ​ຟ້າວ​ໄປ​ເຢຣູຊາເລັມ, ເພື່ອ​ໃຫ້​ທັນ​ວັນ​ເພັນເຕຄໍສະເຕ.


ເມື່ອ​ພວກເຂົາ​ມາ​ເຖິງ​ແລ້ວ, ເພິ່ນ​ກໍ​ກ່າວ​ກັບ​ຄົນ​ເຫລົ່ານັ້ນ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ແລ້ວ​ວ່າ​ຂ້າພະເຈົ້າ​ໃຊ້​ຊີວິດ​ຢູ່​ຢ່າງໃດ​ຕະຫລອດ​ເວລາ​ທີ່​ຂ້າພະເຈົ້າ​ຢູ່​ກັບ​ພວກທ່ານ​ຕັ້ງແຕ່​ມື້​ທຳອິດ​ທີ່​ຂ້າພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ແຂວງ​ເອເຊຍ.


(ກ່ອນ​ໜ້າ​ນີ້​ພວກເຂົາ​ເຫັນ​ໂທຟີໂມ ຊາວ​ເອເຟໂຊ​ຢູ່​ກັບ​ໂປໂລ​ໃນ​ເມືອງ​ຈຶ່ງ​ຄິດ​ວ່າ​ໂປໂລ​ໄດ້​ພາ​ລາວ​ເຂົ້າ​ໄປ​ໃນ​ບໍລິເວນ​ວິຫານ.)


ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.


ຖ້າ​ເຮົາ​ຕໍ່ສູ້​ກັບ​ພວກ​ສັດປ່າ​ໃນ​ເອເຟໂຊ​ໂດຍ​ບໍ່​ເກີນ​ຄວາມຫວັງ​ຂອງ​ມະນຸດ, ເຮົາ​ຈະ​ໄດ້​ອັນໃດ? ຖ້າ​ຄົນ​ຕາຍ​ບໍ່​ໄດ້​ຖືກ​ບັນດານ​ເປັນຄືນມາ, “ກໍ​ໃຫ້​ພວກເຮົາ​ກິນ ແລະ ດື່ມ ເພາະວ່າ​ມື້ອື່ນ​ພວກເຮົາ​ກໍ​ຕາຍ​ແລ້ວ”.


ບັດນີ້ ກ່ຽວກັບ​ອາໂປໂລ​ພີ່ນ້ອງ​ຂອງ​ເຮົາ​ນັ້ນ ເຮົາ​ໄດ້​ຂໍຮ້ອງ​ລາວ​ໃຫ້​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ບັນດາ​ພີ່ນ້ອງ. ເວລານີ້​ລາວ​ຍັງ​ບໍ່​ຢາກ​ໄປ, ແຕ່​ລາວ​ຈະ​ໄປ​ເມື່ອ​ລາວ​ມີ​ໂອກາດ.


ແຕ່​ເຮົາ​ຈະ​ຢູ່​ທີ່​ເມືອງ​ເອເຟໂຊ​ຕໍ່​ໄປ​ຈົນ​ເຖິງ​ເທສະການ​ເພັນເຕຄໍສະເຕ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເວລານີ້​ເຮົາ​ໄດ້​ຍົກ​ເອົາ​ເລື່ອງ​ຂອງ​ເຮົາເອງ ແລະ ອາໂປໂລ​ມາ​ເວົ້າ​ນັ້ນ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮຽນຮູ້​ຈາກ​ພວກເຮົາ​ເຖິງ​ຄວາມໝາຍ​ຂອງ​ຖ້ອຍຄຳ​ທີ່​ກ່າວ​ວ່າ, “ຢ່າ​ໄປ​ໄກ​ກວ່າ​ສິ່ງ​ທີ່​ໄດ້​ຂຽນ​ໄວ້”. ແລ້ວ​ພວກເຈົ້າ​ຈະ​ບໍ່​ອວດອ້າງ​ໃນ​ການ​ເປັນ​ຜູ້ຕິດຕາມ​ຂອງ​ຄົນໜຶ່ງ​ໃນ​ພວກເຮົາ​ເພື່ອ​ຂັດແຍ້ງ​ກັບ​ຄົນ​ອື່ນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka