Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລ້ວ​ໂປໂລ​ກໍ​ໄດ້​ອອກ​ຈາກ​ທຳມະສາລາ​ໄປ​ຍັງ​ເຮືອນ​ຂອງ​ຕີໂຢ ຢູຊະໂຕ ທີ່​ຢູ່​ໃກ້​ກັບ​ທຳມະສາລາ, ລາວ​ເປັນ​ຄົນ​ໜຶ່ງ​ທີ່​ນະມັດສະການ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດັ່ງນັ້ນ ເພິ່ນ​ຈຶ່ງ​ໜີ​ຈາກ​ພວກເຂົາ ແລະ​ໄປ​ອາໄສ​ຢູ່​ທີ່​ເຮືອນ​ຂອງ​ຄົນຕ່າງຊາດ​ຜູ້ໜຶ່ງ​ຊື່​ວ່າ ຕີໂຢ-ຢູຊະໂຕ, ຜູ້​ນີ້​ນະມັດສະການ​ພຣະເຈົ້າ ແລະ​ເຮືອນ​ຂອງ​ລາວ​ກໍ​ຢູ່​ໃກ້​ທຳມະສາລາ.

Uka jalj uñjjattʼäta Copia luraña




ກິດຈະການ 18:7
9 Jak'a apnaqawi uñst'ayäwi  

ພວກເຮົາ​ຮູ້ຈັກ​ວ່າ​ພຣະເຈົ້າ​ບໍ່​ຟັງ​ຄົນບາບ. ພຣະອົງ​ຟັງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ ແລະ ເຮັດ​ໄປ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ເພິ່ນ ແລະ ຄອບຄົວ​ຂອງ​ເພິ່ນ​ແມ່ນ​ຢຶດໝັ້ນ​ໃນ​ສາສະໜາ ແລະ ຢຳເກງ​ພຣະເຈົ້າ, ເພິ່ນ​ເຄີຍ​ຊ່ວຍເຫລືອ​ຄົນຍາກຈົນ​ດ້ວຍ​ໃຈກວ້າງຂວາງ ແລະ ອະທິຖານ​ຕໍ່​ພຣະເຈົ້າ​ເປັນ​ປະຈຳ.


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ຂະນະ​ທີ່​ໂປໂລ ແລະ ບາຣະນາບາ​ກຳລັງ​ອອກ​ຈາກ​ທຳມະສາລາ, ປະຊາຊົນ​ກໍ​ໄດ້​ເຊີນ​ພວກເພິ່ນ​ໃຫ້​ກ່າວ​ຂໍ້ຄວາມ​ເຫລົ່ານີ້​ອີກ​ໃນ​ວັນຊະບາໂຕ​ຖັດ​ໄປ.


ເມື່ອ​ຄົນ​ທີ່​ໄປ​ເຕົ້າໂຮມ​ກັນ​ໄດ້​ເລີກ​ໄປ​ແລ້ວ, ຊາວ​ຢິວ​ຫລາຍ​ຄົນ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ທີ່​ມາ​ນັບຖື​ສາສະໜາ​ຢິວ​ຫລາຍ​ຄົນ​ກໍ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ​ໄປ, ພວກເພິ່ນ​ກໍ​ໄດ້​ສົນທະນາ ແລະ ຂໍຮ້ອງ​ພວກເຂົາ​ໃຫ້​ໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຕໍ່ໄປ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ບັນດາ​ຄົນ​ທີ່​ກຳລັງ​ຟັງ​ຢູ່​ນັນ​ຊື່​ວ່າ​ລີເດຍ ເປັນ​ຄົນ​ຄ້າຂາຍ​ຜ້າ​ສີມ່ວງ ນາງ​ມາ​ຈາກ​ເມືອງ​ທົວເຕຣາ, ນາງ​ເປັນ​ຜູ້​ນະມັດສະການ​ພຣະເຈົ້າ. ອົງພຣະຜູ້ເປັນເຈົ້າ​ເປີດ​ໃຈ​ນາງ​ໃຫ້​ຕອບສະໜອງ​ຕໍ່​ຖ້ອຍຄຳ​ຂອງ​ໂປໂລ.


ຄົນຢິວ​ບາງຄົນ​ໄດ້​ເຫັນດີ​ນຳ ແລະ ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ ຊີລາ ຕະຫລອດ​ທັງ​ຄົນກຣີກ​ຜູ້​ຢຳເກງ​ພຣະເຈົ້າ​ຈຳນວນ​ຫລາຍ ແລະ ແມ່ຍິງ​ຊົນ​ຊັ້ນ​ສູງ​ຫລາຍ​ຄົນ.


ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka