Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.

Uka jalj uñjjattʼäta Copia luraña




ກິດຈະການ 18:5
33 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຈະ​ຕ້ອງ​ຜ່ານ​ບັບຕິສະມາ​ຢ່າງ​ໜຶ່ງ ແລະ ເຮົາ​ກໍ​ເປັນ​ທຸກໃຈ​ຫລາຍ​ຈົນ​ກວ່າ​ບັບຕິສະມາ​ນັ້ນ​ຈະ​ສຳເລັດ​ຄົບຖ້ວນ!


ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.


ສິ່ງ​ທຳອິດ​ທີ່​ອັນເດອາ​ເຮັດ​ກໍ​ຄື​ໄປ​ຫາ​ຊີໂມນ​ຜູ້​ເປັນ​ອ້າຍ ແລະ ບອກ​ເພິ່ນ​ວ່າ, “ພວກເຮົາ​ໄດ້​ພົບ​ພຣະເມຊີອາ​ແລ້ວ” (ຄື ພຣະຄຣິດເຈົ້າ)


ພວກ​ຢິວ​ທີ່​ຢູ່​ທີ່​ນັ້ນ​ໄດ້​ມາ​ຫຸ້ມ​ອ້ອມ​ພຣະອົງ ແລະ ເວົ້າ​ວ່າ, “ທ່ານ​ຈະ​ເຮັດ​ໃຫ້​ພວກເຮົາ​ຢູ່​ໃນ​ຄວາມສົງໄສ​ດົນ​ປານໃດ? ຖ້າ​ທ່ານ​ເປັນ​ພຣະຄຣິດເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ໃຫ້​ຮູ້​ຢ່າງ​ແຈ່ມແຈ້ງ​ສາ”.


ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.


ພວກເຈົ້າ​ເອງ​ກໍ​ເປັນພະຍານ​ໄດ້​ເຖິງ​ຄຳເວົ້າ​ຂອງ​ເຮົາ​ທີ່​ວ່າ, ‘ເຮົາ​ບໍ່​ແມ່ນ​ພຣະເມຊີອາ​ແຕ່​ເປັນ​ຜູ້​ທີ່​ຖືກ​ໃຊ້​ມາ​ກ່ອນໜ້າ​ພຣະອົງ’.


ພຣະອົງ​ສັ່ງ​ໃຫ້​ພວກຂ້າພະເຈົ້າ​ປະກາດ​ແກ່​ຄົນ​ທັງຫລາຍ ແລະ ໃຫ້​ເປັນ​ພະຍານ​ວ່າ​ພຣະອົງ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ຕັ້ງ​ໃຫ້​ເປັນ​ຜູ້ພິພາກສາ​ທັງ​ຄົນເປັນ ແລະ ຄົນຕາຍ.


ແລ້ວ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ກັບ​ທຸກຄົນ​ໃນ​ຄຣິສຕະຈັກ, ໄດ້​ຕັດສິນໃຈ​ທີ່​ຈະ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ​ແລ້ວ​ສົ່ງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຫລື​ເອີ້ນ​ກັນ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ທັງສອງ​ຄົນນີ້​ເປັນ​ຜູ້ນຳ​ໃນ​ກຸ່ມ​ພວກ​ພີ່ນ້ອງ.


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.


ໂດຍ​ອະທິບາຍ ແລະ ພິສູດ​ໃຫ້​ເຫັນ​ວ່າ, ພຣະຄຣິດເຈົ້າ​ຕ້ອງ​ທົນທຸກ​ທໍລະມານ ແລະ ເປັນຄືນມາຈາກຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ພວກເຈົ້າ​ນີ້​ຄື​ພຣະເມຊີອາ”.


ເພາະ​ລາວ​ໄດ້​ໂຕ້ຕອບ​ຢ່າງ​ແຂງແຮງ​ກັບ​ພວກ​ຢິວ​ຕໍ່ໜ້າ​ຄົນ​ທັງຫລາຍ, ລາວ​ໄດ້​ຍົກ​ຂໍ້​ພຣະຄຳພີ​ມາ​ພິສູດ​ວ່າ​ພຣະເຢຊູເຈົ້າ​ຄື​ພຣະເມຊີອາ.


“ເຫດສະນັ້ນ ໃຫ້​ປະຊາຊົນ​ອິດສະຣາເອນ​ທັງຫລາຍ​ໝັ້ນໃຈ​ໃນ​ສິ່ງ​ນີ້​ຄື ພຣະເຈົ້າ​ໄດ້​ຕັ້ງ​ພຣະເຢຊູເຈົ້າ​ຜູ້​ນີ້ ທີ່​ພວກທ່ານ​ໄດ້​ຄຶງ​ໄວ້​ທີ່​ໄມ້ກາງແຂນ ໃຫ້​ເປັນ​ທັງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ພຣະເມຊີອາ”.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ສຳລັບ​ພວກເຮົາ​ແລ້ວ, ຈະ​ໃຫ້​ພວກເຮົາ​ຢຸດ​ເວົ້າ​ເຖິງ​ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ​ກໍ​ບໍ່​ໄດ້”.


ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.


ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka