Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ເພາະວ່າ​ໂປໂລ​ມີ​ອາຊີບ​ເປັນ​ຊ່າງ​ເຮັດ​ຜ້າເຕັນ​ເໝືອນ​ກັນ​ກັບ​ພວກເຂົາ, ເພິ່ນ​ຈຶ່ງ​ໄດ້​ພັກ ແລະ ເຮັດ​ວຽກ​ຢູ່​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພ້ອມ​ທັງ​ຊ່ວຍ​ວຽກ​ພວກເຂົາ ເພາະ​ເພິ່ນ​ມີ​ອາຊີບ​ເປັນ​ຊ່າງ​ເຮັດຜ້າເຕັນ​ເໝືອນກັນ​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña




ກິດຈະການ 18:3
13 Jak'a apnaqawi uñst'ayäwi  

ພວກເຮົາ​ເຮັດ​ວຽກ​ໜັກ​ດ້ວຍ​ມື​ຂອງ​ພວກເຮົາ​ເອງ. ເມື່ອ​ພວກເຮົາ​ຖືກ​ປ້ອຍດ່າ, ພວກເຮົາ​ກໍ​ອວຍພອນ; ເມື່ອ​ພວກເຮົາ​ຖືກ​ຂົ່ມເຫັງ, ພວກເຮົາ​ກໍ​ອົດທົນ​ເອົາ,


ໃນ​ທຳນອງ​ດຽວກັນ ອົງພຣະຜູ້ເປັນເຈົ້າ​ສັ່ງ​ໄວ້​ວ່າ ຜູ້​ທີ່​ປະກາດ​ຂ່າວປະເສີດ​ກໍ​ຄວນ​ໄດ້ຮັບ​ການລ້ຽງດູ​ຈາກ​ຂ່າວປະເສີດ​ນັ້ນ.


ແຕ່​ເຮົາ​ບໍ່​ໄດ້​ໃຊ້​ສິດ​ໃດໆ​ເຫລົ່ານີ້​ເລີຍ. ແລະ ທີ່​ເຮົາ​ຂຽນ​ມາ​ນີ້​ກໍ​ບໍ່​ໄດ້​ຫວັງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທີ່​ດັ່ງກ່າວ​ນັ້ນ​ເພື່ອ​ເຮົາ, ສຳລັບ​ເຮົາ​ແລ້ວ​ຍອມ​ຕາຍ​ກໍ​ດີ​ກວ່າ​ທີ່​ຈະ​ໃຫ້​ຜູ້ໃດ​ມາ​ກີດກັນ​ເຮົາ​ເລື່ອງ​ການອວດອ້າງ​ນີ້.


ແລ້ວ​ແມ່ນຫຍັງ​ທີ່​ເປັນ​ລາງວັນ​ຂອງ​ເຮົາ? ກໍ​ຄື​ດັ່ງ​ນີ້: ໃນ​ການ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ຈະ​ບໍ່​ຄິດຄ່າ​ຕອບແທນ ແລະ ດ້ວຍເຫດນີ້ ເຮົາ​ຈຶ່ງ​ບໍ່​ໄດ້​ໃຊ້​ສິດ​ຂອງ​ເຮົາ​ຢ່າງ​ເຕັມທີ່​ໃນ​ຖານະ​ຜູ້ປະກາດ​ຂ່າວປະເສີດ.


ເປັນ​ການ​ເຮັດ​ບາບ​ບໍ​ທີ່​ເຮົາ​ລົດ​ເຮົາ​ເອງ​ລົດ​ຕົວ​ລົງ​ເພື່ອ​ຍົກຊູ​ພວກເຈົ້າ​ຂຶ້ນ​ດ້ວຍ​ການປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ​ໂດຍ​ບໍ່​ຄິດ​ມູນຄ່າ?


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ພວກເຈົ້າ​ຕໍ່າຕ້ອຍ​ກວ່າ​ຄຣິສຕະຈັກ​ອື່ນໆ​ໃນ​ຂໍ້​ໃດ​ແດ່? ຍົກເວັ້ນ​ທີ່​ເຮົາ​ບໍ່​ເຄີຍ​ເປັນ​ພາລະ​ໃຫ້​ແກ່​ພວກເຈົ້າ ຂໍ​ໃຫ້​ອະໄພ​ແກ່​ເຮົາ​ໃນ​ຄວາມຜິດ​ຂໍ້​ນີ້!


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.


ແລະ ພວກເຈົ້າ​ຈົ່ງ​ມຸ່ງໝັ້ນ​ວ່າ​ຈະ​ດຳເນີນຊີວິດ​ຢ່າງ​ສະຫງົບ​ຄື: ພວກເຈົ້າ​ຈະ​ຕ້ອງ​ເອົາໃຈໃສ່​ທຸລະກິດ​ຂອງ​ຕົນເອງ ແລະ ລົງມື​ເຮັດວຽກ​ເອງ​ເໝືອນດັ່ງ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka