Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ທີ່​ນັ້ນ ເພິ່ນ​ໄດ້​ພົບ​ຊາວຢິວ​ຄົນ​ໜຶ່ງ​ຊື່​ວ່າ​ອາກີລາ, ເປັນ​ຄົນ​ທີ່​ຢູ່​ແຂວງ​ປົນໂຕ, ເຊິ່ງ​ຫາ​ກໍ​ມາ​ຈາກ​ອີຕາລີ ພ້ອມ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ​ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ​ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວຢິວ​ທັງໝົດ​ອອກ​ໄປ​ຈາກ​ໂຣມ. ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຄົນ​ນີ້,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ໃນ​ທີ່​ນີ້ ເພິ່ນ​ໄດ້​ພົບ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາກີລາ ຊຶ່ງ​ເກີດ​ຢູ່​ທີ່​ແຂວງ​ປົນໂຕ ແລະ​ຫາ​ກໍ​ມາ​ແຕ່​ອີຕາລີ​ກັບ​ເມຍ​ຂອງ​ລາວ​ຊື່​ວ່າ ປີຊະກີລາ, ເພາະ​ຈັກກະພັດ​ກະລາວດີໂອ ໄດ້​ອອກ​ຄຳສັ່ງ​ໃຫ້​ຊາວ​ຢິວ​ທຸກຄົນ​ໜີ​ອອກ​ຈາກ​ນະຄອນ​ໂຣມ, ໂປໂລ​ຈຶ່ງ​ໄປ​ຫາ​ສອງ​ຜົວ​ເມຍ​ນີ້ ແລະ​ຢູ່​ກັບ​ພວກເຂົາ

Uka jalj uñjjattʼäta Copia luraña




ກິດຈະການ 18:2
11 Jak'a apnaqawi uñst'ayäwi  

ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ຊື່​ອາຄະໂບ, ໄດ້​ຢືນ​ຂຶ້ນ ແລະ ໄດ້​ທຳນວາຍ​ຜ່ານທາງ​ພຣະວິນຍານ​ວ່າ​ຈະ​ເກີດ​ມີ​ການ​ອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ຂຶ້ນ​ທົ່ວ​ຈັກກະພົບ​ໂຣມ. (ເຫດການ​ຄັ້ງ​ນີ້​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ກະລາວດີໂອ.)


ຫລັງຈາກ​ທີ່​ໂປໂລ​ພັກ​ຢູ່​ໃນ​ເມືອງ​ໂກຣິນໂທ​ຊົ່ວໄລຍະ​ໜຶ່ງ. ແລ້ວ​ເພິ່ນ​ກໍ​ຈາກ​ພວກ​ພີ່ນ້ອງ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ ໂດຍ​ມີ​ປີຊະກີລາ​ກັບ​ອາກີລາ​ໄປ​ນຳ​ດ້ວຍ. ກ່ອນ​ທີ່​ເພິ່ນ​ຈະ​ລົງ​ເຮືອ​ໄປ, ເພິ່ນ​ໄດ້​ແຖ​ຫົວ​ທີ່​ເມືອງ​ເກັນເຂໄອ​ເພາະ​ໄດ້​ສາບານ​ຕົນ​ໄວ້.


ລາວ​ເລີ່ມຕົ້ນ​ກ່າວ​ໃນ​ທຳມະສາລາ​ດ້ວຍໃຈ​ກ້າຫານ. ເມື່ອ​ປີຊະກີລາ​ກັບ​ອາກີລາ​ໄດ້​ຟັງ​ແລ້ວ, ພວກເຂົາ​ກໍ​ໄດ້​ເຊີນ​ລາວ​ມາ​ເຮືອນ​ເພື່ອ​ອະທິບາຍ​ເລື່ອງ​ທາງ​ຂອງ​ພຣະເຈົ້າ​ໃຫ້​ລາວ​ເຂົ້າໃຈ​ຫລາຍ​ຂຶ້ນ.


ຄື​ຊາວປາເທຍ, ຊາວເມເດຍ ແລະ ຊາວເອລາມ; ຄົນ​ທີ່​ຢູ່​ໃນ​ແຖບ​ເມໂຊໂປຕາເມຍ, ຢູດາຍ ແລະ ກາປາໂດເກຍ, ປົນໂຕ ແລະ ເອເຊຍ,


ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.


ໃນ​ທີ່​ນັ້ນ ນາຍຮ້ອຍ​ໄດ້​ພົບ​ເຮືອ​ຈາກ​ເມືອງ​ອາເລັກຊັນເດຍ ເຊິ່ງ​ກຳລັງ​ຈະ​ໄປ​ປະເທດ​ອີຕາລີ ແລະ ພວກເຮົາ​ຈຶ່ງ​ລົງ​ໄປ​ຂຶ້ນ​ເຮືອ​ລຳ​ນັ້ນ.


ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ເອເຊຍ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ. ອາກີລາ ແລະ ປີຊະກີລາ ແລະ ຄຣິສຕະຈັກ​ທີ່​ພົບ​ກັນ​ໃນ​ເຮືອນ​ຂອງ​ພວກເຂົາ​ກໍ​ຝາກ​ຄວາມຄິດເຖິງ​ຢ່າງ​ອົບອຸ່ນ​ໃນ​ອົງພຣະຜູ້ເປັນເຈົ້າ​ມາ​ຍັງ​ພວກເຈົ້າ​ດ້ວຍ.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ປີຊະກີລາ​ກັບ​ອາກີລາ ແລະ ຄົວເຮືອນ​ຂອງ​ໂອເນຊິໂຟໂຣ.


ເຮົາ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ແລະ ຄົນ​ຂອງ​ພຣະເຈົ້າ. ບັນດາ​ພີ່ນ້ອງ​ທີ່​ມາ​ຈາກ​ອີຕາລີ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka