Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ຄາລີໂອ​ໄດ້​ຮັບ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ແຂວງ​ອະຂາຢາ ພວກ​ຢິວ​ກໍ​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ​ນຳ​ເພິ່ນ​ໄປ​ຂຶ້ນ​ສານ.

Uka jalj uñjjattʼäta Copia luraña




ກິດຈະການ 18:12
27 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກມາ​ທາງນອກ ແລະ ນັ່ງ​ເທິງ​ບັນລັງ​ພິພາກສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ລານຫີນ (ພາສາ​ອາຣາມິກ​ເອີ້ນວ່າ​ຄັບບາທາ.)


ເມື່ອ​ຜູ້ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ, ເພິ່ນ​ກໍ​ໄດ້​ເຊື່ອ, ເພາະ​ເພິ່ນ​ອັດສະຈັນ​ໃຈ​ໃນ​ຄຳສອນ​ກ່ຽວກັບ​ອົງພຣະຜູ້ເປັນເຈົ້າ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ຜູ້​ທີ່​ເປັນ​ຄົນຮັບໃຊ້​ຂອງ​ຜູ້ປົກຄອງ​ເກາະ, ຄື​ເຊຄີໂອໂປໂລ. ຜູ້ປົກຄອງ​ເກາະ​ຄົນ​ນີ້​ເປັນ​ຄົນ​ສະຫລາດ, ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ບາຣະນາບາ ແລະ ໂຊໂລ​ໄປ​ພົບ ເພາະ​ເພິ່ນ​ຢາກ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ.


ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.


ແລ້ວ​ມີ​ພວກ​ຢິວ​ບາງຄົນ​ມາ​ຈາກ​ເມືອງ​ອັນຕີໂອເຂຍ ແລະ ເມືອງ​ອີໂກນີອົມ ໄດ້​ຊັກຊວນ​ປະຊາຊົນ​ໃຫ້​ມາ​ເຂົ້າ​ຂ້າງ​ພວກເຂົາ​ໄດ້​ສຳເລັດ. ພວກເຂົາ​ໄດ້​ເອົາ​ຫີນ​ແກວ່ງ​ໃສ່​ໂປໂລ ແລະ ລາກ​ເພິ່ນ​ອອກ​ໄປ​ນອກ​ເມືອງ​ເພາະ​ຄິດ​ວ່າ​ເພິ່ນ​ຕາຍ​ແລ້ວ.


ແຕ່​ພວກ​ຢິວ​ທີ່​ບໍ່​ຍອມ​ເຊື່ອ​ໄດ້​ຍຸຍົງ​ຄົນຕ່າງຊາດ​ອື່ນ​ອີກ ແລະ ເບື່ອເມົາ​ຄວາມຄິດ​ຂອງ​ພວກເຂົາ​ໃຫ້​ຕໍ່ຕ້ານ​ພວກ​ພີ່ນ້ອງ.


ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ​ຮູ້​ວ່າ​ໂປໂລ​ກຳລັງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເບເຣຍ, ບາງຄົນ​ໃນ​ພວກເຂົາ​ຈຶ່ງ​ໄປ​ທີ່​ນັ້ນ​ເໝືອນກັນ, ພວກເຂົາ​ໄດ້​ກໍ່ກວນ ແລະ ປັ່ນປ່ວນ​ປະຊາຊົນ.


ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.


ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ສັ່ງສອນ​ພຣະຄຳ​ຂອງ​ພຣະເຈົ້າ​ຢູ່​ເມືອງ​ໂກຣິນໂທ​ນີ້​ຕະຫລອດ​ປີ​ໜຶ່ງ​ກັບ​ຫົກ​ເດືອນ.


ເມື່ອ​ອາໂປໂລ​ຕ້ອງການ​ຈະ​ໄປ​ທີ່​ແຂວງ​ອະຂາຢາ, ພວກ​ພີ່ນ້ອງ​ກໍ​ໄດ້​ໜູນໃຈ​ລາວ ແລະ ໄດ້​ຂຽນ​ຈົດໝາຍ​ຝາກ​ເຖິງ​ພວກສາວົກ​ທີ່​ນັ້ນ​ໃຫ້​ຕ້ອນຮັບ​ລາວ. ເມື່ອ​ລາວ​ມາ​ຮອດ​ແລ້ວ, ລາວ​ກໍ​ໄດ້​ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ເຊື່ອ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ຫລວງຫລາຍ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ໂປໂລ​ຕອບ​ວ່າ: “ຂະນະ​ນີ້​ຂ້າພະເຈົ້າ​ກໍ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ສານ​ຂອງ​ກາຍຊາ ເຊິ່ງ​ເປັນ​ບ່ອນ​ທີ່​ຂ້າພະເຈົ້າ​ສົມຄວນ​ຈະ​ຖືກ​ສືບສວນ​ຢູ່​ແລ້ວ. ຂ້າພະເຈົ້າ​ບໍ່​ໄດ້​ເຮັດ​ສິ່ງໃດ​ຜິດ​ຕໍ່​ພວກ​ຢິວ​ຕາມ​ທີ່​ທ່ານ​ເອງ​ກໍ​ຮູ້​ດີ,


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ຄຣິສຕະຈັກ​ທີ່​ໄດ້​ມາ​ຮ່ວມ​ປະຊຸມ​ທີ່​ເຮືອນ​ຂອງ​ພວກເພິ່ນ​ເໝືອນກັນ. ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເອປາຍເນດ​ເພື່ອນ​ທີ່ຮັກ​ຂອງ​ເຮົາ ເຊິ່ງ​ເປັນ​ຄົນ​ທຳອິດ​ໃນ​ແຂວງ​ເອເຊຍ​ທີ່​ກັບໃຈ​ມາ​ເຊື່ອ​ໃນ​ພຣະຄຣິດເຈົ້າ.


ພວກເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ຄອບຄົວ​ຂອງ​ສະເຕຟານາ​ໄດ້​ກັບໃຈ​ມາ​ເຊື່ອ​ເປັນ​ກຸ່ມ​ທຳອິດ​ໃນ​ແຂວງ​ອະຂາຢາ ແລະ ພວກເຂົາ​ໄດ້​ອຸທິດ​ຕົນ​ເອງ​ຮັບໃຊ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ. ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ຄວາມຈິງ​ຂອງ​ພຣະຄຣິດເຈົ້າ​ຢູ່​ໃນ​ເຮົາ​ແນ່ນອນ​ສັນໃດ ກໍ​ບໍ່​ມີ​ຜູ້ໃດ​ໃນ​ແຂວງ​ອະຂາຢາ​ຈະ​ມາ​ຢຸດ​ເຮົາ​ໃນ​ການອວດອ້າງ​ນີ້​ສັນນັ້ນ.


ເຮົາ​ໄດ້​ຍ້າຍ​ທີ່ຢູ່​ຕະຫລອດ, ເຮົາ​ໄດ້​ຢູ່​ໃນ​ອັນຕະລາຍ​ຈາກ​ແມ່ນ້ຳ​ຕ່າງໆ, ໃນ​ອັນຕະລາຍ​ຈາກ​ພວກໂຈນ, ໃນ​ອັນຕະລາຍ​ຈາກ​ພີ່ນ້ອງ​ຢິວ​ຂອງ​ເຮົາເອງ, ໃນ​ອັນຕະລາຍ​ຈາກ​ຄົນຕ່າງຊາດ, ໃນ​ອັນຕະລາຍ​ພາຍ​ໃນ​ເມືອງ, ໃນ​ອັນຕະລາຍ​ພາຍ​ໃນ​ປະເທດ, ໃນ​ອັນຕະລາຍ​ຢູ່​ໃນ​ທະເລ ແລະ ໃນ​ອັນຕະລາຍ​ຈາກ​ຜູ້ທີ່ເຊື່ອ​ປອມ.


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ກໍ​ເໝືອນ​ກັບ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຢູດາຍ ເຊິ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ຄື: ພວກເຈົ້າ​ໄດ້​ຮັບ​ຄວາມທຸກລຳບາກ​ຈາກ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ຕົນເອງ ເໝືອນ​ທີ່​ຄຣິສຕະຈັກ​ເຫລົ່ານັ້ນ​ໄດ້​ຮັບ​ຄວາມທຸກລໍາບາກ​ຈາກ​ພວກ​ຢິວ,


ໂດຍ​ການ​ພະຍາຍາມ​ຂັດຂວາງ​ພວກເຮົາ​ຈາກ​ການ​ກ່າວ​ແກ່​ຄົນຕ່າງຊາດ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ. ດ້ວຍ​ການ​ກະທຳ​ນີ້ ພວກເຂົາ​ໄດ້​ສະສົມ​ຄວາມບາບ​ຂອງ​ພວກເຂົາ​ຂຶ້ນ​ຕະຫລອດ​ຈົນ​ເຖິງ​ຂີດ​ສູງສຸດ. ໃນ​ທີ່​ສຸດ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຈຶ່ງ​ມາ​ເຖິງ​ພວກເຂົາ.


ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka