Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 18:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເພາະ​ເຮົາ​ຢູ່​ກັບ​ເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຈະ​ໂຈມຕີ ແລະ ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້, ເພາະ​ເຮົາ​ມີ​ຄົນ​ຫລວງ​ຫລາຍ​ໃນ​ເມືອງ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເພາະ​ເຮົາ​ຢູ່​ກັບ​ເຈົ້າ, ບໍ່ມີ​ຜູ້ໃດ​ຈະ​ເຮັດ​ຮ້າຍ​ໃຫ້​ເຈົ້າ​ໄດ້ ເພາະ​ປະຊາຊົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ນີ້​ກໍ​ມີ​ຫລາຍ.”

Uka jalj uñjjattʼäta Copia luraña




ກິດຈະການ 18:10
26 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


ແລະ ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ກໍ​ຖືກ​ນັບ​ໄວ້​ທັງໝົດ​ແລ້ວ.


ສັ່ງສອນ​ພວກເຂົາ​ໃຫ້​ເຊື່ອຟັງ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ. ແລະ ແນ່ນອນ ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນຍຸກ”.


ແຕ່​ຜົມ​ເສັ້ນ​ດຽວ​ຢູ່​ເທິງ​ຫົວ​ຂອງ​ພວກເຈົ້າ​ຈະ​ບໍ່​ຈິບຫາຍ.


ເຮົາ​ຍັງ​ມີ​ແກະ​ອື່ນ​ທີ່​ບໍ່​ແມ່ນ​ຂອງ​ຄອກ​ນີ້. ເຮົາ​ຈະ​ຕ້ອງ​ນໍາ​ແກະ​ເຫລົ່ານັ້ນ​ມາ​ເໝືອນກັນ. ແກະ​ເຫລົ່ານັ້ນ​ຈະ​ຟັງ​ສຽງ​ຂອງ​ເຮົາ​ເໝືອນກັນ ແລະ ຈະ​ຮວມ​ກັນ​ເປັນ​ຝູງ​ດຽວ ແລະ ມີ​ຜູ້ລ້ຽງ​ແຕ່​ຜູ້​ດຽວ.


ແລະ ບໍ່​ພຽງ​ແຕ່​ຊົນຊາດ​ນີ້​ເທົ່ານັ້ນ​ແຕ່​ຍັງ​ຕາຍ​ເພື່ອ​ລູກ​ຂອງ​ພຣະເຈົ້າ​ທີ່​ກະຈັດກະຈາຍ​ຢູ່, ເພື່ອ​ນໍາ​ພວກເຂົາ​ເຂົ້າ​ມາ​ຮວມ​ກັນ​ເປັນ​ອັນໜຶ່ງອັນດຽວກັນ.


ຊີໂມນ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ.


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


ດັ່ງນັ້ນ ໂປໂລ​ຈຶ່ງ​ຢູ່​ສັ່ງສອນ​ພຣະຄຳ​ຂອງ​ພຣະເຈົ້າ​ຢູ່​ເມືອງ​ໂກຣິນໂທ​ນີ້​ຕະຫລອດ​ປີ​ໜຶ່ງ​ກັບ​ຫົກ​ເດືອນ.


ມີ​ຄືນ​ໜຶ່ງ ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ໂປໂລ​ໃນ​ນິມິດ​ວ່າ: “ຢ່າ​ຢ້ານ​ເລີຍ, ຈົ່ງ​ປະກາດ​ຕໍ່ໄປ, ຢ່າ​ມິດ​ຢູ່.


ຖ້າ​ເປັນ​ຢ່າງນັ້ນ​ແລ້ວ​ພວກເຮົາ​ຈະ​ວ່າ​ຢ່າງໃດ​ເພື່ອ​ຕອບສະໜອງ​ຕໍ່​ສິ່ງ​ເຫລົ່ານີ້? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ​ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ແຕ່​ພຣະອົງ​ກ່າວ​ກັບ​ເຮົາ​ວ່າ, “ພຣະຄຸນ​ຂອງ​ເຮົາ​ກໍ​ພຽງພໍ​ແລ້ວ​ສຳລັບ​ເຈົ້າ, ເພາະ​ວ່າ​ລິດອຳນາດ​ຂອງ​ເຮົາ​ຈະ​ໄດ້​ປາກົດ​ໃນ​ຄວາມອ່ອນແອ​ຢ່າງ​ເຕັມທີ່”. ເຫດສະນັ້ນ ເຮົາ​ຈຶ່ງ​ຈະ​ອວດ​ຄວາມອ່ອນແອ​ທັງໝົດ​ຂອງ​ເຮົາ​ດ້ວຍ​ຄວາມຍິນດີ, ເພື່ອ​ລິດອຳນາດ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຢູ່​ກັບ​ເຮົາ.


ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


ຂໍ​ອົງພຣະຜູ້ເປັນເຈົ້າ​ສະຖິດ​ກັບ​ຈິດວິນຍານ​ຂອງ​ເຈົ້າ ຂໍ​ໃຫ້​ພຣະຄຸນ​ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກ​ຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka