Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 17:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ຢາຊົນ​ກໍ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງ​ຕົນ. ພວກເຂົາ​ທັງໝົດ​ໄດ້​ທ້າທາຍ​ຕໍ່​ຄຳສັ່ງ​ຂອງ​ກາຍຊາ, ພວກເຂົາ​ກ່າວ​ວ່າ ມີ​ກະສັດ​ອີກ​ອົງ​ໜຶ່ງ​ທີ່​ເອີ້ນ​ວ່າ​ເຢຊູ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແລະ​ຢາຊົນ​ໄດ້​ຕ້ອນຮັບ​ພວກເຂົາ​ໄວ້​ໃນ​ເຮືອນ​ຂອງຕົນ, ພວກເຂົາ​ຝ່າຝືນ​ກົດໝາຍ​ຂອງ​ຈັກກະພັດ​ໂດຍ​ເວົ້າ​ວ່າ, ມີ​ກະສັດ​ອົງ​ອື່ນ​ອີກ​ຊື່​ວ່າ ເຢຊູ.”

Uka jalj uñjjattʼäta Copia luraña




ກິດຈະການ 17:7
12 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພຣະເຢຊູເຈົ້າ​ເດີນທາງ​ໄປ​ກັບ​ພວກສາວົກ​ຂອງ​ພຣະອົງ, ພຣະອົງ​ກໍ​ມາ​ເຖິງ​ບ້ານ​ແຫ່ງ​ໜຶ່ງ ທີ່​ນັ້ນ​ມີ​ຍິງ​ຄົນ​ໜຶ່ງ​ຊື່​ວ່າ​ມາທາ ນາງ​ໄດ້​ເປີດ​ບ້ານ​ຂອງ​ຕົນ​ຕ້ອນຮັບ​ພຣະອົງ.


ແລະ ພວກເຂົາ​ໄດ້​ເລີ່ມ​ກ່າວຫາ​ພຣະອົງ ໂດຍ​ເວົ້າ​ວ່າ, “ພວກເຮົາ​ພົບ​ວ່າ​ຊາຍ​ຄົນ​ນີ້​ກຳລັງ​ໂຄ່ນລົ້ມ​ປະເທດຊາດ​ຂອງ​ພວກເຮົາ. ລາວ​ຄັດຄ້ານ​ການ​ເສຍພາສີ​ໃຫ້​ແກ່​ກາຍຊາ ແລະ ອ້າງ​ຕົນ​ວ່າ​ເປັນ​ພຣະຄຣິດເຈົ້າ ຄື​ເປັນ​ກະສັດ​ອົງ​ໜຶ່ງ”.


ຫລັງຈາກນັ້ນ ປີລາດ​ກໍ​ຫາ​ວິທີທາງ​ທີ່​ຈະ​ປ່ອຍ​ພຣະເຢຊູເຈົ້າ ແຕ່​ພວກ​ຢິວ​ຮ້ອງ​ສຽງດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ວ່າ, “ຖ້າ​ທ່ານ​ປ່ອຍ​ຊາຍ​ຄົນ​ນີ້​ໄປ ທ່ານ​ກໍ​ບໍ່​ແມ່ນ​ມິດ​ຂອງ​ກາຍຊາ. ຜູ້ໃດ​ທີ່​ອ້າງ​ໂຕເອງ​ວ່າ​ເປັນ​ກະສັດ ກໍ​ເປັນ​ສັດຕູ​ກັນ​ກັບ​ກາຍຊາ”.


ໂດຍ​ແນະນຳ​ສັ່ງສອນ​ທຳນຽມ​ອັນ​ຜິດ​ກົດໝາຍ​ສຳລັບ​ພວກເຮົາ​ຊາວ​ໂຣມ​ໃຫ້​ຍອມຮັບ ຫລື ປະຕິບັດຕາມ”.


ແຕ່​ພວກ​ຢິວ​ເກີດ​ອິດສາ​ຈຶ່ງ​ລະດົມ​ນັກເລງ​ຕາມ​ຕະຫລາດ​ມາ​ຕັ້ງ​ກຸ່ມ​ກັນ ກໍ່​ຄວາມວຸ້ນວາຍ​ຂຶ້ນ​ໃນ​ເມືອງ. ພວກເຂົາ​ບຸກລຸກ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຢາຊົນ ເພື່ອ​ຄົ້ນຫາ​ໂປໂລ​ກັບ​ຊີລາ ເພື່ອ​ຈະ​ນຳ​ພວກເພິ່ນ​ອອກ​ມາ​ໃຫ້​ປະຊາຊົນ.


ເມື່ອ​ປະຊາຊົນ ແລະ ເຈົ້າໜ້າທີ່​ຂອງ​ເມືອງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ​ກໍ​ວຸ້ນວາຍ​ຂຶ້ນ.


ໃນ​ທຳນອງດຽວກັນ ແມ່ນ​ແຕ່​ນາງ​ຣາຮາບ​ຍິງໂສເພນີ​ຍັງ​ຖືກ​ນັບ​ວ່າ​ເປັນ​ຄົນຊອບທຳ​ເພາະ​ການປະຕິບັດ​ຂອງ​ນາງ​ໃນ​ເວລາ​ທີ່​ນາງ​ໃຫ້​ທີ່ພັກ​ແກ່​ພວກສອດແນມ ແລະ ຊ່ວຍ​ສົ່ງ​ພວກເຂົາ​ໄປ​ອີກ​ທາງ​ໜຶ່ງ​ບໍ່​ແມ່ນ​ບໍ?


ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka