ກິດຈະການ 17:4 - ພຣະຄຳພີລາວສະບັບສະໄໝໃໝ່4 ຄົນຢິວບາງຄົນໄດ້ເຫັນດີນຳ ແລະ ເຂົ້າຮ່ວມກັບໂປໂລ ແລະ ຊີລາ ຕະຫລອດທັງຄົນກຣີກຜູ້ຢຳເກງພຣະເຈົ້າຈຳນວນຫລາຍ ແລະ ແມ່ຍິງຊົນຊັ້ນສູງຫລາຍຄົນ. Uka jalj uñjjattʼätaພຣະຄຳພີສັກສິ4 ບາງຄົນໃນພວກເຂົາໄດ້ຮັບເຊື່ອ ຈຶ່ງເຂົ້າຮ່ວມນຳໂປໂລ ແລະ ຊີລາ ຕະຫລອດທັງຊາວກຣີກກຸ່ມໃຫຍ່ທີ່ນະມັດສະການພຣະເຈົ້າ ແລະເມຍຂອງບັນດາຜູ້ນຳຫລາຍຄົນດ້ວຍ. Uka jalj uñjjattʼäta |
ພວກເຂົາຮ້ອງຂຶ້ນວ່າ, “ປະຊາຊົນອິດສະຣາເອນ, ຊ່ວຍພວກເຮົາແດ່! ຄົນນີ້ແຫລະທີ່ເປັນຜູ້ສັ່ງສອນຄົນທັງຫລາຍໃນທຸກບ່ອນໃຫ້ຕໍ່ຕ້ານຊົນຊາດຂອງພວກເຮົາ, ໃຫ້ຕໍ່ຕ້ານກົດບັນຍັດຂອງເຮົາ ແລະ ສະຖານທີ່ແຫ່ງນີ້. ຫລາຍກວ່ານັ້ນອີກ ລາວໄດ້ພາຄົນກຣີກເຂົ້າມາໃນບໍລິເວນວິຫານ ແລະ ເຮັດໃຫ້ສະຖານທີ່ສັກສິດນີ້ເປັນມົນທິນ”.