Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 17:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ຜົນ​ກໍ​ຄື​ມີ​ຊາວຢິວ​ຫລາຍ​ຄົນ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊົນ​ຊັ້ນ​ສູງ​ຊາວກຣີກ​ຈຳນວນ​ໜຶ່ງ ແລະ ຜູ້ຊາຍ​ຊາວກຣີກ​ອີກ​ຫລາຍຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ມີ​ຫລາຍ​ຄົນ​ໃນ​ພວກເຂົາ​ໄດ້​ເຊື່ອ ພ້ອມ​ທັງ​ພວກ​ແມ່ຍິງ​ຊາວ​ກຣີກ ທີ່​ມີ​ກຽດ​ສູງ​ໃນ​ສັງຄົມ ແລະ​ພວກ​ຜູ້ຊາຍ​ຊາວ​ກຣີກ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 17:12
13 Jak'a apnaqawi uñst'ayäwi  

ໂຢເຊັບ​ຈາກ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາສູງສຸດ​ທີ່​ສຳຄັນ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ລໍຖ້າ​ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ.


ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ແຕ່​ພວກ​ຜູ້ນຳ​ຢິວ​ໄດ້​ຍຸຍົງ​ພວກແມ່ຍິງ​ຊົນ​ຊັ້ນ​ສູງ​ທີ່​ຢຳເກງ​ພຣະເຈົ້າ ແລະ ພວກຜູ້ຊາຍ​ທີ່​ເປັນ​ຜູ້ນຳ​ໃນ​ເມືອງ​ນັ້ນ. ພວກເຂົາ​ເຮັດ​ໃຫ້​ຄົນ​ເຫລົ່ານີ້​ຂົ່ມເຫັງ​ຕໍ່ຕ້ານ​ໂປໂລ​ກັບ​ບາຣະນາບາ ແລະ ໄດ້​ຂັບໄລ່​ພວກເພິ່ນ​ທັງສອງ​ຄົນ​ອອກ​ຈາກ​ດິນແດນ​ຂອງ​ພວກເຂົາ.


ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.


ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ພິຈາລະນາ​ເບິ່ງ​ວ່າ ພວກເຈົ້າ​ເຄີຍ​ເປັນ​ຢ່າງໃດ​ເມື່ອ​ພຣະເຈົ້າ​ເອີ້ນ​ພວກເຈົ້າ. ໃນ​ພວກເຈົ້າ​ມີ​ໜ້ອຍຄົນ​ທີ່​ສະຫລາດ​ຕາມ​ມາດຕະຖານ​ຂອງ​ມະນຸດ; ມີ​ໜ້ອຍຄົນ​ທີ່​ມີ​ອຳນາດ, ມີ​ໜ້ອຍຄົນ​ທີ່​ມີ​ການ​ກຳເນີດ​ທີ່​ສູງສົ່ງ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ແຕ່​ຄົນຮັ່ງມີ​ນັ້ນ​ຄວນ​ພາກພູມໃຈ​ໃນ​ຄວາມອັບອາຍ​ຂອງ​ຕົນ ເພາະ​ຜູ້​ທີ່​ຮັ່ງມີ​ນັ້ນ​ຈະ​ລ່ວງລັບ​ໄປ​ເໝືອນດັ່ງ​ດອກໄມ້​ປ່າ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka