Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 17:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຄົນຢິວ​ໃນ​ເມືອງ​ເບເຣຍ​ມີ​ຈິດໃຈ​ດີ​ງາມ​ກວ່າ​ຊາວ​ເທສະໂລນິກ ເພາະ​ພວກເຂົາ​ໄດ້​ຮັບ​ຟັງ​ຖ້ອຍຄຳ​ດ້ວຍ​ຄວາມ​ກະຕືລືລົ້ນ ແລະ ສຶກສາ​ພຣະຄຳພີ​ທຸກ​ວັນ ເພື່ອ​ກວດ​ເບິ່ງ​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມ​ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.

Uka jalj uñjjattʼäta Copia luraña




ກິດຈະການ 17:11
34 Jak'a apnaqawi uñst'ayäwi  

ສ່ວນ​ເມັດພືດ​ທີ່​ຕົກ​ໃສ່​ເທິງ​ດິນ​ດີ​ນັ້ນ​ຄື​ຜູ້​ທີ່​ໄດ້​ຍິນ​ພຣະຄຳ ແລະ ເຂົ້າໃຈ​ພຣະຄຳ ຜູ້​ນັ້ນ​ຈຶ່ງ​ເກີດຜົນ​ຮ້ອຍ​ເທົ່າ, ຫົກສິບ​ເທົ່າ ຫລື ສາມສິບ​ເທົ່າ​ຂອງ​ເມັດພືດ​ທີ່​ຫວ່ານ​ລົງ​ໄປ”.


ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.


ຂໍ​ໂຜດ​ໃຫ້​ອາຫານ​ປະຈຳວັນ​ແກ່​ພວກ​ຂ້ານ້ອຍ​ໃນ​ແຕ່ລະວັນ.


“ອັບຣາຮາມ​ຕອບ​ວ່າ, ‘ພວກເຂົາ​ມີ​ໂມເຊ ແລະ ບັນດາ​ຜູ້ທຳນວາຍ​ຢູ່​ແລ້ວ ຈົ່ງ​ໃຫ້​ພວກເຂົາ​ຟັງ​ຄົນ​ເຫລົ່ານັ້ນ’.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ຄວາມຈິງ ກໍ​ຈະ​ມາ​ສູ່​ຄວາມສະຫວ່າງ ເພື່ອ​ໃຫ້​ເຫັນ​ຈະແຈ້ງ​ວ່າ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ ໄດ້​ເຮັດ​ໄປ​ໂດຍ​ເພິ່ງພາ​ພຣະເຈົ້າ.


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.


ບັນດາ​ອັກຄະສາວົກ ແລະ ພວກ​ພີ່ນ້ອງ​ທີ່​ເຊື່ອ​ທົ່ວ​ແຂວງ​ຢູດາຍ ໄດ້​ຍິນ​ວ່າ​ຄົນຕ່າງຊາດ​ກໍ​ໄດ້​ຮັບ​ພຣະຄຳ​ຂອງ​ພຣະເຈົ້າ​ເໝືອນກັນ.


ເມື່ອ​ໂປໂລ ແລະ ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ເມືອງ​ອາໂປໂລນີ​ແລ້ວ, ພວກເພິ່ນ​ກໍ​ມາ​ເຖິງ​ເມືອງ​ເທສະໂລນິກ, ເຊິ່ງ​ໃນ​ທີ່​ນັ້ນ​ມີ​ທຳມະສາລາ​ຂອງ​ຊາວຢິວ.


ບັນດາ​ຜູ້​ທີ່​ຍອມຮັບ​ຖ້ອຍຄຳ​ຂອງ​ເປໂຕ​ກໍ​ໄດ້​ຮັບ​ບັບຕິສະມາ ແລະ ໃນ​ວັນ​ນັ້ນ ມີ​ສາວົກ​ເພີ່ມ​ຂຶ້ນ​ອີກ​ປະມານ​ສາມພັນ​ຄົນ.


ພວກເຈົ້າ​ໄດ້​ກາຍເປັນ​ຜູ້​ທີ່​ເຮັດ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ແລະ ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ໄດ້​ຕ້ອນຮັບ​ເອົາ​ພຣະຄຳ​ໃນ​ທ່າມກາງ​ຄວາມທຸກທໍລະມານ​ຢ່າງ​ໜັກໜ່ວງ​ດ້ວຍ​ຄວາມຊື່ນຊົມຍິນດີ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ມອບ​ໃຫ້.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ແລະ ໃຊ້​ຄວາມ​ຊົ່ວຮ້າຍ​ທຸກ​ຢ່າງ​ຫລອກລວງ​ບັນດາ​ຜູ້​ທີ່​ກຳລັງ​ຈະ​ຈິບຫາຍ. ພວກເຂົາ​ຈິບຫາຍ​ເພາະ​ພວກເຂົາ​ປະຕິເສດ​ທີ່​ຈະ​ຮັກ​ຄວາມຈິງ​ທີ່​ນຳ​ໄປ​ສູ່​ຄວາມພົ້ນ.


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມເປື້ອນເປິ​ທາງ​ສິນທຳ​ທຸກຢ່າງ ແລະ ຄວາມຊົ່ວຊ້າ​ທີ່​ແຜ່​ຫລາຍ ແລ້ວ​ຖ່ອມໂຕລົງ​ຮັບ​ເອົາ​ພຣະຄຳ​ທີ່​ໄດ້​ປູກ​ໄວ້​ໃນ​ພວກເຈົ້າ ເຊິ່ງ​ສາມາດ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ຈົ່ງ​ເປັນ​ເໝືອນດັ່ງ​ເດັກນ້ອຍເກີດໃໝ່​ທີ່​ກະຫາຍຫາ​ນ້ຳນົມ​ອັນ​ບໍລິສຸດ​ຝ່າຍ​ວິນຍານ, ເພື່ອ​ວ່າ​ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ໃຫຍ່​ຂຶ້ນ​ໃນ​ຄວາມພົ້ນ​ຂອງ​ພວກເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka