Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ໃນ​ຄືນ​ນັ້ນ ໂປໂລ​ໄດ້​ເຫັນ​ນິມິດ ແລະ​ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ຊາຍ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຢູ່ ແລະ​ຮ້ອງ​ຕໍ່​ເພິ່ນ​ວ່າ, “ຂໍ​ທ່ານ​ຂ້າມ​ມາ​ເມືອງ​ມາເກໂດເນຍ​ພີ້ ເພື່ອ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ.”

Uka jalj uñjjattʼäta Copia luraña




ກິດຈະການ 16:9
32 Jak'a apnaqawi uñst'ayäwi  

ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”


ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ


ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.


ພວກເຮົາ​ເດີນທາງ​ຈາກ​ທີ່​ນັ້ນ​ໄປ​ຍັງ​ເມືອງ​ຟີລິບປອຍ, ເຊິ່ງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວໂຣມ ແລະ ເປັນ​ເມືອງ​ເອກ​ຂອງ​ແຂວງ​ມາເກໂດເນຍ, ພວກເຮົາ​ພັກ​ຢູ່​ທີ່​ນັ້ນ​ຫລາຍ​ວັນ.


ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.


ຫລັງຈາກ​ເຫດການ​ເຫລົ່ານີ້​ເກີດ​ຂຶ້ນ​ແລ້ວ, ໂປໂລ​ກໍ​ຕັດສິນໃຈ​ວ່າ​ຈະ​ໄປ​ເຢຣູຊາເລັມ, ໂດຍ​ຜ່ານທາງ​ແຂວງ​ມາເກໂດເນຍ ແລະ ອະຂາຢາ. ເພິ່ນ​ກ່າວ​ວ່າ, “ຫລັງ​ຈາກ​ທີ່​ເຮົາ​ໄດ້​ໄປ​ທີ່​ນັ້ນ​ແລ້ວ, ເຮົາ​ຕ້ອງ​ໄປ​ຢ້ຽມຢາມ​ໂຣມ​ເໝືອນ​ກັນ”.


ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.


ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.


ເມື່ອ​ຄວາມ​ວຸ້ນວາຍ​ສະຫງົບ​ລົງ​ແລ້ວ, ໂປໂລ​ກໍ​ໄດ້​ເອີ້ນ​ເອົາ​ພວກສາວົກ​ມາ, ຫລັງຈາກ​ໜູນໃຈ​ພວກເຂົາ​ແລ້ວ ກໍ​ກ່າວ​ລາ ແລະ ອອກ​ເດີນທາງ​ໄປ​ມາເກໂດເນຍ.


ເພິ່ນ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ. ເພາະ​ພວກ​ຢິວ​ກຳລັງ​ວາງແຜນ​ຈະ​ທຳຮ້າຍ​ເພິ່ນ ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ລົງ​ເຮືອ​ໄປ​ແຂວງ​ຊີເຣຍ, ເພິ່ນ​ຈຶ່ງ​ໄດ້​ຕັດສິນໃຈ​ກັບ​ໄປ​ທາງ​ແຂວງ​ມາເກໂດເນຍ.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


ເພາະ​ພີ່ນ້ອງ​ໃນ​ແຂວງ​ມາເກໂດເນຍ ແລະ ແຂວງ​ອະຂາຢາ​ຍິນດີ​ທີ່​ຈະ​ບໍລິຈາກ​ໃຫ້​ແກ່​ຜູ້​ທີ່​ຍາກຈົນ​ໃນ​ທ່າມກາງ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ແລະ ເມື່ອ​ເຮົາ​ຢູ່​ກັບ​ພວກເຈົ້າ ແລະ ເມື່ອ​ເຮົາ​ຂາດເຂີນ​ບາງສິ່ງ, ເຮົາ​ກໍ​ບໍ່​ໄດ້​ເປັນ​ພາລະ​ໃຫ້​ແກ່​ຜູ້ໃດ, ເພາະ​ພີ່ນ້ອງ​ຜູ້​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ​ໄດ້​ສະໜັບສະໜູນ​ສິ່ງ​ຈຳເປັນ​ໃຫ້​ແກ່​ເຮົາ. ເຮົາ​ໄດ້​ລະວັງ​ເຮົາເອງ​ບໍ່​ໃຫ້​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ແລະ ຈະ​ເຮັດ​ຢ່າງນັ້ນ​ຕໍ່ໄປ.


ຫລື ເນື່ອງຈາກ​ການ​ເປີດເຜີຍ​ອັນ​ຍິ່ງໃຫຍ່​ລ້ຳເລີດ​ເຫລົ່ານີ້, ເຫດສະນັ້ນ​ເພື່ອ​ຮັກສາ​ເຮົາ​ຈາກ​ການ​ກາຍ​ເປັນ​ຜູ້​ອວດດີ, ເຮົາ​ຈຶ່ງ​ຖືກ​ເຮັດ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງ​ເຮົາ ເປັນ​ບໍລິວານ​ຂອງ​ຊາຕານ​ເພື່ອ​ທໍລະມານ​ເຮົາ.


ເພາະ​ເມື່ອ​ພວກເຮົາ​ມາ​ເຖິງ​ແຂວງ​ມາເກໂດເນຍ, ພວກເຮົາ​ກໍ​ບໍ່​ໄດ້​ພັກຜ່ອນ​ເລີຍ ແຕ່​ພວກເຮົາ​ຫັນ​ໄປ​ທາງໃດ​ກໍ​ຖືກ​ກໍ່ກວນ, ພາຍນອກ​ກໍ​ມີ​ຄວາມ​ຂັດແຍ້ງ, ພາຍໃນ​ກໍ​ມີ​ຄວາມ​ຢ້ານກົວ.


ແລະ ບັດນີ້ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ພຣະຄຸນ​ທີ່​ພຣະເຈົ້າ​ໄດ້​ໃຫ້​ແກ່​ບັນດາ​ຄຣິສຕະຈັກ​ໃນ​ແຂວງ​ມາເກໂດເນຍ.


ເພາະ​ເຮົາ​ຮູ້​ວ່າ​ພວກເຈົ້າ​ກະຕືລືລົ້ນ​ທີ່​ຈະ​ຊ່ວຍເຫລືອ ແລະ ເຮົາ​ໄດ້​ອວດອ້າງ​ເລື່ອງ​ນີ້​ຕໍ່​ຊາວ​ມາເກໂດເນຍ​ແລ້ວ ໂດຍ​ບອກ​ພວກເຂົາ​ວ່າ​ຕັ້ງແຕ່​ປີ​ຜ່ານມາ​ທີ່​ພວກເຈົ້າ​ຢູ່​ໃນ​ແຂວງ​ອະຂາຢາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຖວາຍ ແລະ ຄວາມກະຕືລືລົ້ນ​ຂອງ​ພວກເຈົ້າ​ທັງຫລາຍ​ໄດ້​ກະຕຸ້ນ​ພວກເຂົາ​ສ່ວນຫລາຍ​ໃຫ້​ລົງ​ມື​ເຮັດ​ຕາມ.


ແລະ ຕາມ​ເປັນຄວາມຈິງ​ແລ້ວ ພວກເຈົ້າ​ກໍ​ຮັກ​ຄອບຄົວ​ຂອງ​ພຣະເຈົ້າ​ທັງໝົດ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ເຖິງຢ່າງໃດ​ກໍ​ຕາມ ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ໃຫ້​ພວກເຈົ້າ​ຮັກ​ພີ່ນ້ອງ​ໃຫ້​ຫລາຍ​ຂຶ້ນ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka