8 ພວກເພິ່ນຈຶ່ງຜ່ານແຂວງມີເຊຍ ແລະ ລົງໄປຍັງເມືອງໂທອາດ.
8 ດັ່ງນັ້ນ ພວກເພິ່ນຈຶ່ງເດີນທາງຜ່ານ ເມືອງມີເຊຍໄປ ແລະລົງໄປທີ່ເມືອງໂທອາດ.
ຈາກເມືອງໂທອາດພວກເຮົາໄດ້ລົງເຮືອ ແລະ ໄດ້ເດີນທາງໄປຍັງເກາະຊາໂມທາເກ ແລະ ໃນມື້ຕໍ່ມາກໍມາເຖິງເມືອງເນອາໂປລີ.
ເມື່ອພວກເພິ່ນມາເຖິງຊາຍແດນແຂວງມີເຊຍ, ພວກເພິ່ນກໍພະຍາຍາມຈະເຂົ້າໄປໃນແຂວງບີທີເນຍ, ແຕ່ພຣະວິນຍານຂອງພຣະເຢຊູເຈົ້າບໍ່ໃຫ້ພວກເພິ່ນປະກາດ.
ຄົນເຫລົ່ານີ້ໄດ້ເດີນທາງໄປລ່ວງໜ້າກ່ອນ ແລະ ຄອຍຖ້າພວກເຮົາຢູ່ທີ່ເມືອງໂທອາດ.
ແຕ່ຫລັງຈາກຜ່ານເທດສະການເຂົ້າຈີ່ບໍ່ມີເຊື້ອແປ້ງໄປແລ້ວ, ພວກເຮົາກໍລົງເຮືອຈາກເມືອງຟີລິບປອຍ ແລະ ອີກຫ້າວັນກໍມາສົມທົບກັບພວກເຂົາທີ່ເມືອງໂທອາດ, ພວກເຮົາໄດ້ພັກຢູ່ທີ່ນັ້ນເຈັດວັນ.
ບັດນີ້ເມື່ອເຮົາໄປເມືອງໂທອາດເພື່ອປະກາດຂ່າວປະເສີດຂອງພຣະຄຣິດເຈົ້ານັ້ນ ແລະ ພົບວ່າອົງພຣະຜູ້ເປັນເຈົ້າໄດ້ເປີດປະຕູແກ່ເຮົາແລ້ວ,
ເມື່ອເຈົ້າມາຫາເຮົາ, ຈົ່ງນຳເສື້ອຄຸມທີ່ເຮົາປະໄວ້ກັບກາຣະໂປ ທີ່ເມືອງໂທອາດ ແລະ ໜັງສືມ້ວນຂອງເຮົາມາດ້ວຍ, ໂດຍສະເພາະໜັງສືທີ່ຂຽນໃສ່ແຜ່ນໜັງ.