Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ພວກເພິ່ນ​ມາ​ເຖິງ​ຊາຍແດນ​ແຂວງ​ມີເຊຍ, ພວກເພິ່ນ​ກໍ​ພະຍາຍາມ​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ​ບໍ່​ໃຫ້​ພວກເພິ່ນ​ປະກາດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເມື່ອ​ພວກເພິ່ນ​ເດີນທາງ​ມາ​ຮອດ​ເຂດ​ຂອງ​ເມືອງ​ມີເຊຍ ກໍ​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ແຂວງ​ບີທີເນຍ, ແຕ່​ພຣະວິນຍານ​ຂອງ​ພຣະເຢຊູເຈົ້າ ບໍ່​ອະນຸຍາດ​ໃຫ້​ພວກເພິ່ນ​ເຂົ້າ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 16:7
8 Jak'a apnaqawi uñst'ayäwi  

ເຮົາ​ຈະ​ສົ່ງ​ສິ່ງ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ມາ​ໃຫ້​ພວກເຈົ້າ, ແຕ່​ຈົ່ງ​ຢູ່​ໃນ​ເມືອງ​ນີ້​ຈົນ​ກວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ລິດອຳນາດ​ທີ່​ມາ​ຈາກ​ເບື້ອງເທິງ”.


ພວກເພິ່ນ​ຈຶ່ງ​ຜ່ານ​ແຂວງ​ມີເຊຍ ແລະ ລົງ​ໄປ​ຍັງ​ເມືອງ​ໂທອາດ.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.


ເຖິງ​ຢ່າງໃດ​ກໍ​ຕາມ ຖ້າ​ພຣະວິນຍານ​ຂອງ​ພຣະເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ພວກເຈົ້າ​ກໍ​ບໍ່​ໄດ້​ຢູ່​ຝ່າຍ​ເນື້ອໜັງ​ແຕ່​ຢູ່​ຝ່າຍ​ພຣະວິນຍານ ແລະ ຖ້າ​ຜູ້ໃດ​ບໍ່​ມີ​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ ຜູ້​ນັ້ນ​ກໍ​ບໍ່​ໄດ້​ເປັນ​ຂອງ​ພຣະຄຣິດເຈົ້າ.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ເປໂຕ ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ, ເຖິງ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້, ເຊິ່ງ​ເປັນ​ຄົນຕ່າງຖິ່ນ​ທີ່​ກະຈັດກະຈາຍ​ໄປ​ທົ່ວ​ແຂວງ​ປົນໂຕ, ຄາລາເຕຍ, ກາປາໂດເກຍ, ເອເຊຍ ແລະ ບິທີເນຍ,


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka