Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ຄຣິສຕະຈັກ​ຕ່າງໆ​ຈຶ່ງ​ເຂັ້ມແຂງ​ໃນ​ຄວາມເຊື່ອ ແລະ ສະມາຊິກ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ທຸກວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ດັ່ງນັ້ນ ຄຣິສຕະຈັກ​ທັງຫລາຍ​ຈຶ່ງ​ໝັ້ນຄົງ​ໃນ​ຄວາມເຊື່ອ ແລະ​ຄົນ​ທີ່​ເຊື່ອ​ກໍ​ເພີ່ມຂຶ້ນ​ແຕ່ລະ​ວັນ.

Uka jalj uñjjattʼäta Copia luraña




ກິດຈະການ 16:5
23 Jak'a apnaqawi uñst'ayäwi  

ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.


ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຍັງ​ສືບຕໍ່​ຈະເລີນ​ຂຶ້ນ ແລະ ແຜ່​ໄປ.


ພວກເພິ່ນ​ໄດ້​ໄປ​ທົ່ວ​ແຂວງ​ຊີເຣຍ ແລະ ກີລີເກຍ, ໜູນໃຈ​ຄຣິສຕະຈັກ​ຕ່າງໆ​ໃຫ້​ເຂັ້ມແຂງ​ຂຶ້ນ.


ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ແຕ່​ຫລາຍຄົນ​ກໍ​ໄດ້​ເຊື່ອ​ເມື່ອ​ໄດ້​ຍິນ​ຄຳສັ່ງສອນ​ນັ້ນ; ດັ່ງນັ້ນ ຈຶ່ງ​ມີ​ຈຳນວນ​ພວກ​ຜູ້ຊາຍ​ທີ່​ເຊື່ອ​ເພີ່ມ​ຂຶ້ນ​ປະມານ​ຫ້າພັນ​ຄົນ.


ແຕ່​ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຜູ້ຊາຍ ແລະ ແມ່ຍິງ​ຈຳນວນ​ຫລວງຫລາຍ​ທີ່​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ ແລະ ມີ​ຈຳນວນ​ເພີ່ມ​ຂຶ້ນ.


ດັ່ງນັ້ນ ພຣະຄຳ​ຂອງ​ພຣະເຈົ້າ​ຈຶ່ງ​ແຜ່​ຂະຫຍາຍ​ອອກ​ໄປ. ສາວົກ​ໃນ​ເຢຣູຊາເລັມ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ແລະ ປະໂລຫິດ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮັບ​ເຊື່ອ.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ພຣະຄຣິດເຈົ້າ​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ​ກໍ​ເພື່ອ​ເສລີພາບ. ດັ່ງນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ ຢ່າ​ປ່ອຍ​ໃຫ້​ຕົນເອງ ຕົກ​ຢູ່​ໃຕ້​ແອກ​ແຫ່ງ​ຄວາມເປັນຂ້າທາດ​ອີກ.


ດັ່ງນັ້ນ ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຣິດເຈົ້າເຢຊູ​ເປັນ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ກໍ​ຈົ່ງ​ດຳເນີນຊີວິດ​ໃນ​ພຣະອົງ​ຕໍ່​ໄປ,


ຂໍ​ພຣະອົງ​ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ເພື່ອວ່າ​ພວກເຈົ້າ​ຈະ​ບໍ່ມີຕຳໜິ ແລະ ບໍລິສຸດ​ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມາ​ປາກົດ​ພ້ອມ​ກັບ​ຜູ້​ບໍລິສຸດ​ທັງປວງ​ຂອງ​ພຣະອົງ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


ແລະ ຫລັງ​ຈາກ​ພວກເຈົ້າ​ທົນທຸກ​ຢູ່​ຊົ່ວຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ແຫ່ງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ເອີ້ນ​ພວກເຈົ້າ​ມາ​ສູ່​ສະຫງ່າລາສີ​ອັນ​ນິລັນດອນ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າ ພຣະອົງ​ເອງ​ຈະ​ຟື້ນຟູ​ພວກເຈົ້າ​ຄືນ​ໃໝ່ ແລະ ໃຫ້​ພວກເຈົ້າ​ເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka