Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ໂປໂລ​ຕ້ອງການ​ຈະ​ພາ​ຕີໂມທຽວ​ຮ່ວມ​ເດີນທາງ​ໄປ​ນຳ, ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ​ເພາະ​ເຫັນ​ແກ່​ຊາວຢິວ​ທີ່​ຢູ່​ໃນ​ຂົງເຂດ​ນັ້ນ, ເພາະວ່າ​ຄົນ​ເຫລົ່ານັ້ນ​ກໍ​ຮູ້​ວ່າ​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ໂປໂລ​ຕ້ອງການ​ເອົາ​ຕີໂມທຽວ​ໄປ​ນຳ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ ເພາະ​ເຫັນແກ່​ຊາວ​ຢິວ​ຢູ່​ໃນ​ເຂດ​ນັ້ນ. ເພິ່ນ​ກະທຳ​ເຊັ່ນນີ້ ເພາະ​ຊາວ​ຢິວ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ ຮູ້​ວ່າ​ພໍ່​ຂອງ​ຕີໂມທຽວ​ເປັນ​ຄົນ​ກຣີກ.

Uka jalj uñjjattʼäta Copia luraña




ກິດຈະການ 16:3
10 Jak'a apnaqawi uñst'ayäwi  

ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.


ບາຣະນາບາ​ຕ້ອງການ​ຈະ​ພາ​ໂຢຮັນ ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ,


ແຕ່​ໂປໂລ​ໄດ້​ເລືອກ​ຊີລາ ແລະ ຈາກ​ໄປ ໂດຍ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໄດ້​ມອບ​ພວກເພິ່ນ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ການ​ທີ່​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ສຳຄັນ​ຫຍັງ. ແຕ່​ສິ່ງ​ສຳຄັນ​ແມ່ນ​ການປະຕິບັດ​ຕາມ​ພຣະບັນຍັດ​ຂອງ​ພຣະເຈົ້າ.


ຕໍ່​ຊາວຢິວ ເຮົາ​ກໍ​ເປັນ​ເໝືອນ​ຄົນຢິວ​ຄົນ​ໜຶ່ງ ເພື່ອ​ຈະ​ຊະນະ​ຊາວຢິວ. ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ ເຮົາ​ກໍ​ເປັນເໝືອນ​ຄົນ​ໜຶ່ງ​ທີ່​ຢູ່​ໃຕ້​ກົດບັນຍັດ (ເຖິງແມ່ນວ່າ​ເຮົາ​ເອງ​ບໍ່​ໄດ້​ຢູ່​ໃຕ້​ກົດບັນຍັດ), ເພື່ອ​ຈະ​ຊະນະ​ຜູ້​ທີ່​ຢູ່​ໃຕ້​ກົດບັນຍັດ.


ແຕ່​ເຖິງ​ປານ​ນັ້ນ ແມ່ນ​ແຕ່​ຕີໂຕ​ຜູ້​ທີ່​ຢູ່​ກັບ​ເຮົາ​ກໍ​ບໍ່​ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນກຣີກ.


ເພາະ​ພຣະເຈົ້າ​ຜູ້​ທຳງານ​ໃນ​ເປໂຕ​ໃນ​ຖານະ​ອັກຄະສາວົກ​ຂອງ​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ, ກໍ​ທຳງານ​ໃນ​ເຮົາ​ໃນ​ຖານະ​ອັກຄະສາວົກ​ຂອງ​ຄົນຕ່າງຊາດ​ເໝືອນກັນ.


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka