Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຢູ່​ມາ​ວັນ​ໜຶ່ງ ພວກເຮົາ​ກຳລັງ​ໄປ​ບ່ອນ​ພາວັນນາ​ອະທິຖານ ແລະ​ມີ​ຂ້າທາດ​ຍິງ​ຜູ້ໜຶ່ງ​ມາ​ພົບ​ພວກເຮົາ, ຍິງ​ຜູ້​ນີ້​ມີ​ຜີຮ້າຍ​ສິງ ເຮັດ​ໃຫ້​ນາງ​ດູມໍ​ໄດ້, ນາງ​ດູມໍ​ຫາ​ເງິນ​ໃຫ້​ນາຍ​ຂອງຕົນ​ໄດ້​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




ກິດຈະການ 16:16
21 Jak'a apnaqawi uñst'ayäwi  

ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.


ນາງ​ເຮັດ​ຢ່າງ​ນີ້​ເປັນ​ເວລາ​ຫລາຍ​ວັນ. ໃນ​ທີ່​ສຸດ​ໂປໂລ​ກໍ​ເກີດ​ລຳຄານ​ຫລາຍ​ຈົນ​ເພິ່ນ​ຫັນ​ໄປ​ອ້ອມຮອບ ແລະ ສັ່ງ​ວິນຍານຊົ່ວ​ນັ້ນ​ວ່າ, “ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເຮົາ​ສັ່ງ​ໃຫ້​ວິນຍານຊົ່ວ​ນີ້​ຈົ່ງ​ອອກ​ມາ​ຈາກ​ໂຕ​ຂອງ​ນາງ!” ວິນຍານຊົ່ວ​ນັ້ນ​ກໍ​ອອກ​ຈາກ​ນາງ​ທັນທີ.


ເມື່ອ​ເຈົ້າ​ຂອງ​ຂ້າທາດ​ນັ້ນ​ເຫັນ​ວ່າ​ຄວາມຫວັງ​ທີ່​ຈະ​ຫາ​ເງິນ​ຂອງ​ພວກເຂົາ​ໄດ້​ໝົດ​ໄປ​ແລ້ວ, ພວກເຂົາ​ຈຶ່ງ​ຈັບ​ໂປໂລ​ກັບ​ຊີລາ ແລະ ລາກ​ພວກເພິ່ນ​ມາ​ທີ່​ບ່ອນ​ຊຸມນຸມ​ຊົນ​ເພື່ອ​ພົບ​ຜູ້ມີອຳນາດ.


ມີ​ຊ່າງຕີເງິນ​ຄົນ​ໜຶ່ງ​ຊື່​ວ່າ​ເດເມທີໂອ, ຜູ້​ທີ່​ເປັນ​ຄົນ​ສ້າງ​ຮູບຈຳລອງ​ວິຫານ​ຂະໜາດ​ນ້ອຍ​ຂອງ​ພະອາເຕມາ​ດ້ວຍ​ເງິນ, ເຊິ່ງ​ເຮັດ​ລາຍໄດ້​ໃຫ້​ພວກ​ຊ່າງ​ຫັດຖະກຳ​ຢູ່​ທີ່​ນັ້ນ​ຫລາຍ.


ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ


ເພາະວ່າ​ການຮັກເງິນ​ເປັນ​ຮາກເຫງົ້າ​ຂອງ​ຄວາມຊົ່ວ​ທຸກຢ່າງ. ເພາະ​ການ​ເຫັນ​ແກ່​ເງິນ​ນີ້​ແຫລະ​ບາງຄົນ​ຈຶ່ງ​ຫລົງ​ອອກໄປ​ຈາກ​ຄວາມເຊື່ອ ແລະ ແທງ​ຕົນ​ເອງ​ດ້ວຍ​ຄວາມເຈັບປວດ​ຫລາຍ​ຢ່າງ.


ເຊັ່ນ​ດຽວ​ກັນ​ກັບ​ຢາເນ ແລະ ຢຳເບ​ທີ່​ຕໍ່ຕ້ານ​ໂມເຊ ດັ່ງນັ້ນ​ພວກຄູສອນ​ເຫລົ່ານີ້​ກໍ​ຕໍ່ຕ້ານ​ຄວາມຈິງ. ພວກເຂົາ​ເປັນ​ຄົນ​ທີ່​ມີ​ຈິດໃຈ​ຊົ່ວຊ້າ, ຄວາມເຊື່ອ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ທີ່​ຍອມຮັບ


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka